ປະທານປະເທດສີຈິ້ນຜິງ ກຽມເດີນທາງຢ້ຽມຢາມເກົາຫຼີເໜືອ ຢ່າງເປັນທາງການ

40

ປະທານປະເທດສີ ຈິ້ນຜິງ ກຽມເປັນຜູ້ນໍາຈີນຄົນທໍາອິດ ໃນຮອບ 14 ປີ ທີ່ຢ້ຽມຢາມເກົາຫຼີເໜືອຢ່າງເປັນທາງການ ໃນຂະນະທີ່ ຄວາມສໍາພັນລະຫວ່າງສະຫະລັດ ກັບ ລັດຖະບານເກົາຫຼີເໜືອ “ພົບກັບທາງຕັນ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 18 ມິຖຸນາ  ວ່າ ປະທານປະເທດສີ ຈິ້ນຜິງ ຈະຢ້ຽມຢາມນະຄອນຫຼວງພຽງຢາງ ປະເທດເກົາຫຼີເໜືອ ຢ່າງເປັນທາງການ ລະຫວ່າງ ວັນພະຫັດ ທີ 20 ເຖິງ ວັນສຸກ ທີ 21 ມິຖຸນາ ນີ້ ຕາມຄໍາເຊີນຂອງທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ໂດຍທ່ານສີ ຈະຖືເປັນຜູ້ນໍາຈີນຄົນທໍາອິດ ໃນຮອບ 14 ປີ ທີ່ຢ້ຽມຢາມເກົາຫຼີເໜືອຢ່າງເປັນທາງການ ນັບຕັ້ງແຕ່ອະດີດປະທານປະເທດຫູຈິ໋ນເທົາ ເມື່ອປີ 2005 ດ້ານສື່ຂອງທັງສອງປະເທດຍັງບໍ່ເປີດເຜີຍລາຍລະອຽດກ່ຽວກັບກໍານົດການຄັ້ງນີ້ຫຼາຍ ເວັ້ນພຽງວ່າປີນີ້ ແມ່ນກົງກັບວາລະຄົບຮອບ 70 ປີ ການສະຖາປະນາຄວາມສໍາພັນທາງການທູດຢ່າງເປັນທາງການ ລະຫວ່າງທັງສອງປະເທດ.

ຂະນະທີ່ ທ່ານຄິມ ຢ້ຽມຢາມຈີນ ຢ່າງເປັນທາງການ ແລະ ບໍ່ເປັນທາງການ ລວມແລ້ວ 4 ຄັ້ງ ນັບຕັ້ງແຕ່ຂຶ້ນຄອງອໍານາດ ເມື່ອທ້າຍປີ 2011 ແລະ ເກືອບທຸກຄັ້ງເປັນການຢ້ຽມຢາມເພື່ອພົບຫາລືກັບທ່ານສີ ກ່ອນການປະຊຸມຮ່ວມກັບປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດທີ່ເກີດຂຶ້ນແລ້ວ 2 ຄັ້ງ ຄືເມື່ອປີຜ່ານມາ ແລະ ເມື່ອເດືອນກຸມພາ ຜ່ານມາ.

ທັງນີ້ ການຢ້ຽມຢາມເກົາຫຼີເໜືອ ຄັ້ງປະຫວັດສາດ ຂອງທ່ານສີ ຈິ້ນຜິງ ເກີດຂຶ້ນພຽງອາທິດດຽວກ່ອນເຖິງກໍານົດການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ20 ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນໄລຍະທ້າຍເດືອນນີ້ ແລະ ລັດຖະບານຈີນຍັງບໍ່ຢືນຢັນ ຫຼື ປະຕິເສດ ວ່າ ທ່ານສີ ຈະເຂົ້າຮ່ວມການປະຊຸມ ຫຼື ເຂົ້າຮ່ວມແລ້ວພົບຫາລືນອກຮອບກັບ ທຣໍາ ຫຼື ບໍ່ ແຕ່ມີການວິເຄາະເຊັ່ນກັນວ່າ ຖ້າມີການພົບກັນແທ້ ຝ່າຍຈີນອາດໃຊ້ເກົາຫຼີເໜືອເປັນສິ່ງສະແດງເຖິງ “ການຖືໄພ້ເໜືອກວ່າ” ຂອງລັດຖະບານປັກກິ່ງ ຕໍ່ສະຖານະການເທິງເຂດມະຫາສະໝຸດເກົາຫຼີ ເນື່ອງຈາກການພົບຫາລືຄັ້ງຫຼ້າສຸດ ລະຫວ່າງຜູ້ນໍາອາເມຣິກາ ກັບ ຜູ້ນໍາເກົາຫຼີເໜືອ ທີ່ນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ຈົບລົງດ້ວຍຄວາມລົ້ມເຫຼວ ເນື່ອງມາຈາກ ປະເດັນເລື່ອງໂຄງການນິວເຄຣຍບໍ່ໄດ້ຂໍ້ສະຫຼຸບ.
ອີກປະການໜຶ່ງ ພຽງບໍ່ດົນຫຼັງການປະກາດການຢ້ຽມຢາມເກົາຫຼີເໜືອຂອງຜູ້ນໍາຈີນ ໂດຍສື່ຂອງທັງສອງປະເທດມີລາຍງານການເກີດແຜ່ນດິນໄຫວ 1,3 ແມັກນິຈູດ ບໍລິເວນຊາຍແດນທາງພາກຕາເວັນອອກສຽງເໜືອຂອງຈີນ ໃກ້ກັບເກົາຫຼີເໜືອ ຫ່າງຈາກນິຄົມນິວເຄຣຍປຸງກະເຢ-ຣີ ປະມານ 200 ກິໂລແມັດ.