ຫຼຸດພົ້ນຄວາມທຸກຍາກ! ພາລະກິດປົກປ້ອງທໍາມະຊາດໃນຈີນ ຊ່ວຍກວ່າລ້ານຄົນມີລາຍໄດ້ເພິ່ມຂຶ້ນ

97

ສໍານັກຂ່າວຊິນຫົວ ຂອງຈີນລາຍງານ ເມື່ອວັນສຸກ ທີ 14 ມິຖຸນາ ວ່າ ທາງການທ້ອງຖິ່ນມົນທົນສ່ານຊີຂອງຈີນຕາເວັນຕົກສຽງເໜືອ ເປີດເຜີຍວ່າ ການດໍາເນີນນະໂຍບາຍບັນເທົາຄວາມທຸກຍາກ ເຊິ່ງກ່ຽວພັນກັບການປົກປ້ອງລະບົບນິເວດ ໄດ້ສົ່ງຜົນຕໍ່ປະຊາຊົນຫຼາຍກວ່າ 1,4 ລ້ານຄົນ ໃນປີ 2018 ໂດຍມີລາຍໄດ້ສະເລ່ຍເພິ່ມຂຶ້ນ 1.750 ຢວນ (2,1 ລ້ານກີບ) ຕໍ່ຄົນ.

ในภาพอาจจะมี ต้นไม้, ต้นพืช, ท้องฟ้า, สถานที่กลางแจ้ง และธรรมชาติ

ສໍານັກງານປ່າໄມ້ຂອງມົນທົນສ່ານຊີ ລະບຸວ່າ ນະໂຍບາຍບັນເທົາຄວາມທຸກຍາກ ເຊິ່ງກ່ຽວພັນກັບການປົກປ້ອງລະບົບນິເວດຊ່ວຍໃຫ້ເກີດປະໂຫຍດດ້ານຕ່າງໆ ເຊັ່ນ: ການວ່າຈ້າງເຈົ້າໜ້າທີ່ປ່າໄມ້, ການເວນຄືນພື້ນທີ່ເພາະປູກກັບມາເປັນປ່າ, ການຈັດສັນເງິນອຸດໜຸນ, ການຈັດຝຶກອົບຮົມກ່ຽວກັບປ່າໄມ້ ແລະ  ວຽກສະຫວັດດິການສັງຄົມ.

ในภาพอาจจะมี ท้องฟ้า, ภูเขา, เมฆ, สถานที่กลางแจ้ง และธรรมชาติ

ມົນທົນສ່ານຊີ ໄດ້ວ່າຈ້າງເຈົ້າໜ້າທີ່ປ່າໄມ້ຫຼາຍກວ່າ 3 ແສນຄົນ ເຊິ່ງໄດ້ຮັບເງິນອຸດໜຸນ ປະມານ 280 ລ້ານຢວນ (ປະມານ 349 ຕື້ກີບ) ແລະ ເວນຝັ່ງພື້ນທີ່ເພາະປູກ 112.500 ເຮັກຕ້າ ຕາມເມືອງທີ່ມີຖານະທຸກຍາກຈາກປະຊາຊົນ 2,27 ແສນຄົວເຮືອນ ໂດຍມອບເງິນອຸດໜຸນເກືອບ 2,5 ຕື້ຢວນ (ປະມານ 3.100 ຕື້ກີບ).

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ນອກຈາກນັ້ນ ມົນທົນສ່ານຊີ ຍັງພັດທະນາອຸດສາຫະກໍາປ່າໄມ້ຢ່າງເຂັ້ມແຂງຕະຫຼອດຫຼາຍປີຜ່ານມາ ໂດຍມູນຄ່າຜົນຜະລິດລວມ 121.300 ລ້ານຢວນ (ປະມານ 151.000 ຕື້ກີບ) ເຊິ່ງຊ່ວຍເຫຼືອປະຊາຊົນທີ່ມີຖານະທຸກຍາກ 7,3 ແສນຄົນ ຈາກ 2,7 ແສນຄົວເຮືອນ ຫຼຸດພົ້ນຄວາມທຸກຍາກ ແລະ ມີລາຍໄດ້ເພິ່ມຂຶ້ນ.

ในภาพอาจจะมี ภูเขา, สถานที่กลางแจ้ง และธรรมชาติ

ຂະນະດຽວກັນ ອຸທິຍານປ່າໄມ້, ຟາມປ່າໄມ້ຂອງລັດຖະບານ ສະຖານີການຈັດການ ແລະ ການປົກປ້ອງປ່າໄມ້ ແລະ ໂຄງສ້າງການສຶກສາທາງນິເວດວິທະຍາຂອງມົນທົນສ່ານຊີ ຍັງຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຖານະທຸກຍາກ ເກືອບ 2,5 ພັນຄົນ ທີ່ມີລາຍໄດ້ເພິ່ມຂຶ້ນ ກວ່າ 6.800 ຢວນ (ປະມານ 8,4 ລ້ານກີບ) ຕໍ່ຄົນ.

ในภาพอาจจะมี ภูเขา, ท้องฟ้า, ข้อความ, สถานที่กลางแจ้ง และธรรมชาติ

ຮູບ ແລະ ຂ່າວຈາກ xinhuanet.net