ປູຕິນ ກ່າວຄວາມສໍາພັນ ກັບ ສະຫະລັດ ໄລຍະນີ້ ຕຶງຄຽດຂຶ້ນເລື້ອຍໆ

0
86

ປະທານາທິບໍດີຣັດເຊຍ ກ່າວເຖິງ ຄວາມສໍາພັນກັບອາເມຣິກາໃນຍຸກຂອງປະທານາທິບໍດີໂດນັລ ທຣໍາ ວ່າ “ຕຶງຄຽດຂຶ້ນເລື້ອຍໆ” ເຖິງວ່າອີກຝ່າຍຍັງຢໍ້າເຖິງການພົບກັນນອກຮອບການປະຊຸມ “ຈີ 20” ທີ່ປະເທດຍີ່ປຸ່ນ ເຊິ່ງລັດຖະບານມອສໂກ ຍັງບໍ່ຢືນຢັນເຊັ່ນດຽວກັບລັດຖະບານຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອສໂກ ປະເທດຣັດເຊຍ ເມື່ອວັນສຸກ ທີ 14 ມິຖຸນາ ວ່າ ສະຖານີໂທລະທັດເມຍ ຂອງຣັດເຊຍອອກອາກາດລາຍການສໍາພາດປະທານາທິບໍດີວະລາດິເມຍ ປູຕິນ ເມື່ອວັນພະຫັດ ທີ່ຜູ້ນໍາລັດຖະບານໄດ້ກ່າວໃນໄລຍະໜຶ່ງເຖິງຄວາມສໍາພັນກັບສະຫະລັດ ວ່າ “ມີແຕ່ຄວາມສັ່ນຄອນ ແລະ ຮ້າຍແຮງຂຶ້ນເລື້ອຍໆ” ຈາກກໍລະນີພິພາດລະດັບທະວິພາຄີ ແລະ ຄວາມຂັດແຍ່ງຕໍ່ສະຖານະການໂລກອີກຫຼາຍປະເດັນ.

ในภาพอาจจะมี 1 คน

ທັງນີ້ ຄໍາກ່າວຂອງປູຕິນ ເຜີຍແຜ່ທາງສື່ຂອງຣັດເຊຍພຽງວັນດຽວ ຫຼັງປະທານາທິບໍດີໂດນັລ ທຣໍາ ກ່າວສະແດງຄວາມເຊື່ອໝັ້ນວ່າ ຈະມີການພົບຫາລືລະຫວ່າງ ທຣໍາ ກັບ ປູຕິນ ລະຫວ່າງການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າຂອງຍີ່ປຸ່ນ ໃນໄລຍະທ້າຍເດືອນນີ້ ແລະ ເມື່ອເດືອນພຶດສະພາ ຜ່ານມາ ທຣໍາ ຍັງກ່າວອີກວ່າ ຕົນຈະພົບຫາລືກັບປູຕິນນອກຮອບການປະຊຸມສຸດຍອດ ຈີ20 ເຖິງວ່າທາງຝ່າຍທໍານຽບເຄຣມລິນໄດ້ຢືນຢັນໃນເວລານັ້ນວ່າ “ຍັງບໍ່ມີການຕົກລົງກັນໃນເລື່ອງນີ້ຢ່າງເປັນທາງການ” ໂດຍຜູ້ນໍາທັງສອງຝ່າຍພົບຫາລືຢ່າງເປັນທາງການຄັ້ງທໍາອິດ ທີ່ນະຄອນຫຼວງເຮລຊິງກິ ປະເທດຟິນແລນ ເມື່ອງກາງປີ 2018.

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังยืน และชุดสูท

ຂະນະທີ່ ເມື່ອຕົ້ນອາທິດນີ້ ທຣໍາ ກ່າວເຖິງ “ກໍານົດການ” ພົບຫາລືລະຫວ່າງຕົນກັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ລະຫວ່າງການປະຊຸມຈີ 20 ເຊັ່ນກັນ ດ້ວຍວັດຖຸປະສົງເພື່ອຫາທາງຜ່ອນຄາຍຄວາມຂັດແຍ່ງທາງການຄ້າເຊິ່ງຍືດເຍື້ອມາດົນ ໂດຍຜູ້ນໍາສະຫະລັດກ່າວດ້ວຍວ່າ ຕົນຫວັງເປັນຢ່າງຍິ່ງວ່າຈະໄດ້ພົບກັບທ່ານສີ ໃນການປະຊຸມຄັ້ງນີ້ ຖ້າບໍ່ເປັນເຊັ່ນນັ້ນ ກໍ່ມີຄວາມເປັນໄປໄດ້ສູງຫຼາຍທີ່ລັດຖະບານວໍຊິງຕັນຈະຂຶ້ນພາສີຕໍ່ສິນຄ້າຂອງອີກຝ່າຍ ຖ້າການເຈລະຈາລະຫວ່າງການປະຊຸມ ຈີ 20 ຄັ້ງນີ້ “ບໍ່ມີຄວາມຄືບໜ້າຢ່າງສ້າງສັນ” ຫຼື ທ່ານສີ ປະຕິເສດພົບກັບຕົນລະຫວ່າງການປະຊຸມ ເຊິ່ງກໍາແພງພາສີນັ້ນອາດສູງເຖິງ 25% ແລະ ຈະເປັນການຮຽກເກັບຈາກມູນຄ່າສິນຄ້ານໍາເຂົ້າເພິ່ມອີກ 300 ຕື້ໂດລາ (ປະມານ 2,6 ລ້ານຕື້ກີບ).

LEAVE A REPLY

Please enter your comment!
Please enter your name here