ສານ ລັດຖະທໍາມະນູນ ເອກົວດໍ ຮັບຮອງການແຕ່ງດອງຄູ່ຮັກເພດດຽວກັນ

56

ສານລັດຖະທໍາມະນູນຂອງປະເທດເອກົວດໍ ມີມະຕິສຽງຂ້າງຫຼາຍຮັບຮອງເອົາການແຕ່ງດອງຂອງຄູ່ຮັກເພດດຽວກັນເປັນປະເທດຫຼ້າສຸດ ໃນລາຕິນ ອາເມຣິກາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກີໂຕ ປະເທດເອກົວດໍ ເມື່ອວັນພະຫັດ ທີ 13 ມິຖຸນາ ວ່າ ຄະນະຕຸລາການສານລັດຖະທໍາມະນູນຂອງເອກົວດໍມີມະຕິສຽງຂ້າງຫຼາຍ 5 ຕໍ່ 4 ສຽງ ໃນການປະຊຸມ ເມື່ອວັນພຸດ ຮັບຮອງ “ສິດຕາມກົດໝາຍ” ໃຫ້ກັບການ ສົມລົດຂອງຄູ່ຮັກເພດດຽວກັນ.

ທັງນີ້ ມີລາຍງານວ່າ ຝ່າຍຜູ້ພິພາກສາທີ່ຄັດຄ້ານໃຫ້ເຫດຜົນວ່າ ກໍລະນີດັ່ງກ່າວ ຖືເປັນການແກ້ໄຂລັດຖະທໍາມະນູນຈຶ່ງຄວນຜ່ານການອະພິປາຍ ແລະ ລົງມະຕິຂອງສະພາແຫ່ງຊາດ ຫຼາຍກວ່າການສົ່ງເລື່ອງໃຫ້ສານລັດຖະທໍາມະນູນພິຈາລະນາໂດຍກົງ ເຊິ່ງໝາຍເຖິງການຍື່ນຄໍາຮ້ອງຈາກຄູ່ຮັກຊາຍ 2 ຄູ່.

ທັງນີ້ ປະເທດເນເທີແລນເປັນປະເທດທໍາອິດໃນໂລກ ທີ່ມີກົດໝາຍຮອງຮັບການສົມລົດຂອງຄູ່ຮັກເພດດຽວກັນ ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 1 ເມສາ 2001 ຂະນະທີ່ ໃນສ່ວນຂອງລາຕິນ ອາເມຣິກາ ນັ້ນ ປະເທດອາເຈນຕິນາເປັນປະເທດທໍາອິດ ໃນພາກພື້ນ ເຊິ່ງອອກກົດໝາຍຮັບຮອງເລື່ອງນີ້ ເມື່ອເດືອນກໍລະກົດ ປີ 2010 ຫຼັງຈາກນັ້ນກໍ່ມີອີກຫຼາຍປະເທດລວມເຖິງປະເທດຄອສຕາຣິກາ, ອູຣຸກວາຍ, ບຣາຊິລ ແລະ ໂຄລົມເບຍ.