ປີນີ້ ອາເມຣິກາມີຜູ້ປ່ວຍເປັນໄຂ້ໝາກແດງກວ່າພັນຄົນ

45

ສະຖິຕິຜູ້ຕິດເຊື້ອໄຂ້ໝາກແດງ ໃນສະຫະລັດຫຼາຍກວ່າພັນຄົນແລ້ວ ນັບຕັ້ງແຕ່ຕົ້ນປີນີ້ ໃນຂະນະທີ່ ໜ່ວຍງານທີ່ກ່ຽວຂ້ອງຍັງປະສົບບັນຫາໃນການປ່ຽນທັດສະນະຄະຕິຂອງປະຊາຊົນໃຫ້ຮັບການສັກຢາຕ້ານເຊື້ອ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມລິກາ ເມື່ອວັນອາທິດ ທີ 9 ມິຖຸນາ ວ່າ ກະຊວງສາທາລະນະສຸກຂອງສະຫະລັດ ອອກຖະແຫຼງການ ເມື່ອວັນສຸກ ທີ່ຜ່ານມາ ວ່າ “ສະຖິຕິຢ່າງເປັນທາງການ” ຂອງຈໍານວນຜູ້ປ່ວຍເປັນໄຂ້ໝາກແດງ ໃນປະເທດນັບ ຕັ້ງແຕ່ຕົ້ນປີນີ້ ສູງກວ່າ 1 ພັນຄົນແລ້ວ ພ້ອມທັງຢໍ້າເຕືອນຄວາມຈໍາເປັນຂັ້ນສູງສຸດ ໃນການສັກຢາຕ້ານເຊື້ອ ວ່າ ສາມາດປ້ອງກັນການຕິດເຊື້ອໄດ້ແທ້ ຈາກກໍລະນີໃນໄລຍະບໍ່ເທົ່າໃດປີ ທີ່ຜ່ານມາ ເກີດມີ “ລັດທິຕໍ່ຕ້ານການສັກຢາຕ້ານເຊື້ອ” ໂດຍລາຍງານຂອງອົງການອານາໄມໂລກ (WHO) ລະບຸວ່າ ພົບໃນສະຫະລັດຫຼາຍທີ່ສຸດ ເຊິ່ງໃນສ່ວນຂອງການປ້ອງກັນໄຂ້ໝາກແດງນັ້ນ ມີເດັກອາເມລິກັນຫຼາຍກວ່າ  25 ລ້ານຄົນ ຍັງບໍ່ເຄີຍໄດ້ຮັບການສັກຢາຕ້ານເຊື້ອຮອບທໍາອິດເລີຍ.

ในภาพอาจจะมี หนึ่งคนขึ้นไป

ຂະນະທີ່ ນະຄອນນິວຢອກ ເຊິ່ງເປັນພື້ນທີ່ກວດພົບການແຜ່ລະບາດຫຼາຍທີ່ສຸດ ໂດຍສະເພາະໃນເຂດບຣຸກລີນ ຈົນເຖິງຂັ້ນທີ່ ທ່ານບິລ ເດິ ບລາຊິໂອ ນາຍົກເທສະມົນຕີນະຄອນນິວຢອກ ປະກາດໃຊ້ກົດໝາຍທ້ອງຖິ່ນ ເມື່ອ ເດືອນເມຍສາ ຜ່ານມາ ໃຫ້ປະຊາຊົນໃນພື້ນທີ່ສ່ຽງທຸກຄົນ ຕ້ອງເຂົ້າຮັບການສັກຢາຕ້ານເຊື້ອ ບໍ່ເຊັ່ນນັ້ນ ຕ້ອງຊໍາລະຄ່າປັບໄໝມະຫາສານ ເຊິ່ງການປະກາດໃຊ້ກົດໝາຍດັ່ງກ່າວສາມາດຫຼຸດຈໍານວນຜູ້ຕິດເຊື້ອລາຍໃໝ່ໄດ້ຈາກ 173 ຄົນ ໃນເດືອນນັ້ນ ຈົນເຫຼືອພຽງ 60 ຄົນ ເມື່ອເດືອນພຶດສະພາ ທີ່ຜ່ານມາ.

ไม่มีคำอธิบายรูปภาพ

ຢ່າງໃດກໍ່ຕາມ ສະຖິຕິຜູ້ປ່ວຍທົ່ວປະເທດໃນປີນີ້ ທໍາລາຍສະຖິຕິຕະຫຼອດປີ 1994 ຈົນໝົດ ເຊິ່ງຈໍານວນຜູ້ຕິດເຊື້ອໄຂ້ໝາກແດງ ໃນປະເທດມີ 963 ຄົນ ຕະຫຼອດປີ 1994 ນັ້ນ ເຖິງວ່າຕໍ່ມາກະຊວງສາທາລະນະສຸກຂອງສະຫະລັດ ປະກາດໃຫ້ໄຂໝາກແດງໄດ້ “ໝົດໄປຈາກປະເທດ” ເມື່ອປີ 2000 ແຕ່ໃນຄວາມເປັນຈິງ ເປັນການປະກາດເຊີງສັນລັກຫຼາຍກວ່າ ວ່າ “ສາມາດຄວບຄຸມສະຖານະການໄດ້” ເນື່ອງຈາກຖ້າຢ້ອນກັບໄປ ເມື່ອປີ 2014 ມີການພົບຜູ້ຕິດເຊື້ອໄຂ້ໝາກແດງສະເພາະໃນລັດໂອໄຮໂອຫຼາຍເຖິງ 667 ຄົນ.