ຜູ້ປະກອບການໃໝ່ ສາມາດເລີ່ມທຸລະກິດພາຍໃນ 10 ວັນ

50

ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກກະຊົນ ຄັ້ງທີ 14 ເຜີຍຜົນສໍາເລັດການຈັດຕັ້ງປະຕິບັດຄໍາສັ່ງ 02/ນຍ ໂດຍສະເພາະແມ່ນການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ. ດ້ານກອງເລຂາຮັບຜິດຊອບເຜີຍຜົນປະຕິບັດ 1 ປີ ຊ່ວຍໃຫ້ຜູ້ປະກອບການໃໝ່ເປັນເຈົ້າຂອງທຸລະກິດໄວຂຶ້ນພາຍໃນ 10 ວັນ ລັດຖະການ.

ກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 14 ຈັດຂຶ້ນວັນທີ 6 ມິຖຸນາ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຂອງ ທ່ານ ສິລິສໍາພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ມີຄູ່ຮ່ວມອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາສາກົນ ແລະ ພາກເອກະຊົນເຂົ້າຮ່ວມ.

ທ່ານ ສິລິສໍາພັນ ວໍຣະຈິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຫຼາຍວຽກງານທີ່ຕ້ອງໄດ້ລາຍງານກ່ຽວກັບການພັດທະນາຂະແໜງທຸລະກິດ. ພ້ອມດຽວກັນນັ້ນ, ເປັນການປຶກສາຫາລືໃຫ້ຜູ້ຕາງໜ້າຈາກຂະແໜງການພາກລັດ – ເອກະຊົນໄດ້ນໍາສະເໜີບັນດາສິ່ງທ້າທາຍເພື່ອເຮັດໃຫ້ການກໍານົດນະໂຍບາຍຕ່າງໆຂອງພາກລັດ ເພື່ອອໍານວຍຄວາມສະດວກໃຫ້ພາກທຸລະກິດ ແລະ ເປັນເຄື່ອງມືໃນການກໍານົດນະໂຍບາຍໃຫ້ແກ່ການດໍາເນີນທຸລະກິດ ເຮັດໃຫ້ເສດຖະກິດຂະຫຍາຍຕົວໃນໄລຍະຍາວ, ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຄືແນວໃດ?.

ທ່ານກ່າວວ່າ: ສະພາບແວດລ້ອມໃນການດໍາເນີນທຸລະກິດດີຂຶ້ນ ຍັງມີສິ່ງທ້າທາຍສະທ້ອນໃຫ້ເຫັນໃນການປັບປຸງກົດໝາຍ ແລະ ລະບຽບການ ໂດຍ ສະເພາະຜັນຂະຫຍາຍຄໍາສັ່ງ ເລກທີ 02/ນຍ.

ທ່ານ ນາງແສງເດືອນ ໄຊຍະສອນ ຕາງໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ພາຍຫຼັງຄໍາສັ່ງ ເລກທີ 02 ໄດ້ຮັບການຈັດຕັ້ງປະຕິບັດພາຍໃນ 1 ປີ ເຊິ່ງເຫັນວ່າແຕ່ລະກະຊວງທີ່ກ່ຽວຂ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຫຼາຍດ້ານ ສະແດງອອກໃນບັນດານິຕິກໍາຫຼາຍຢ່າງ.

ສໍາລັບການປະຕິບັດ 10 ຕົວຊີ້ວັດ ທີ່ປະຕິບັດໄດ້ດີຫຼາຍທີ່ສຸດ ແລະ ຊັດເຈນ ໂດຍສະເພາະແມ່ນການຄ້າລະຫວ່າງປະເທດ ເຊິ່ງຫຼຸດຄະແນນລົງຈາກປີຜ່ານມາໄດ້ອັນດັບທີ 124 ມາປີນີ້ໄດ້ອັນດັບ 76 ຖືວ່າປະຕິບັດໄດ້ດີຫຼາຍ ເນື່ອງຈາກມີການຕັດຂັ້ນຂອດເວລາ ເຖິງວ່າຄ່າໃຊ້ຈ່າຍເພີ່ມຂຶ້ນແຕ່ພາກທຸລະກິດເພິ່ງພໍໃຈໃນລະດັບທີ່ດີ.

ສໍາລັບຕົວຊີ້ວັດທີ 1 ການເລີ່ມຕົ້ນທຸລະກິດຮັບຜິດຊອບໂດຍກະຊວງອຸດສາຫະກຳ ແລະ ການຄ້າ ປັດຈຸບັນນີ້ປະຕິບັດໄດ້ດີເນື່ອງຈາກມີແຈ້ງການຕ່າງໆອອກປະມານ 7 ນິຕິກໍາ ອັນພົ້ນເດັ່ນແມ່ນນັກທຸລະກິດສາມາດແຈ້ງເກີດໄດ້ແລ້ວພາຍໃນ 10 ວັນລັດຖະການ ເຊິ່ງໃບອະນຸຍາດ ແລະ ໃບທະບຽນສາມາດອອກໄດ້ ພ້ອມກັບໃບອາກອນເລີຍ ໝາຍ ຄວາມວ່າຈາກ 10 ຂັ້ນຕອນ ມາເປັນ 4 ຂັ້ນຕອນ. ພ້ອມດຽວກັນນັ້ນ, ການອອກຕາປະທັບບໍ່ຈໍາເປັນຕ້ອງຂໍອະນຸຍາດອີກຕໍ່ໄປ ໝາຍຄວາມວ່າມີໃບທະບຽນແລ້ວສາມາດອອກຕາປະທັບໄດ້ເລີຍ ຖືວ່າອໍານວຍຄວາມສະດວກຂຶ້ນຫຼາຍເທົ່າ.

ສ່ວນການຂໍອະນຸຍາດປຸກສ້າງ ແມ່ນຈະລົງເລິກການຂໍອະນຸຍາດກໍ່ສ້າງສາງ ເຊິ່ງປັດຈຸບັນຫຼຸດຂັ້ນຕອນລົງຫຼາຍຈາກ 11 ຂັ້ນຕອນ ປັດຈຸບັນຫຼຸດລົງ 7 ຂັ້ນຕອນ ຫຼື ຂໍອະນຸຍາດພຽງ 30 ວັນ ເຊິ່ງເອກະສານຕ່າງໆສາມາດດາວໂຫຼດໄດ້ໃນເວັບໄຊຂອງ ກະຊວງໂຍທາທິການ ແລະ ການຂົນສົ່ງ ໄດ້ເລີຍ. ພ້ອມດຽວກັນນັ້ນ, ບໍ່ຈໍາເປັນຕ້ອງໄປຂໍລາຍເຊັນຈາກບ້ານ ພຽງແຕ່ນໍາປຶ້ມສໍາມະໂນຄົວມາຢັ້ງຢືນ.