ຄວາມເຫັນແຕກຕ່າງ! ທິດທາງຂອງທຣໍາ ແລະ ທີມງານ ຕໍ່ເກົາຫຼີເໜືອທົດລອງຂີປະນາວຸດ

68

ປະທານາທິບໍດີໂດນັລ ທຣໍາ ແລະ ທີມງານຍັງຄົງມີຄວາມເຫັນທີ່ແຕກຕ່າງກັນ ໃນການສະແດງ “ຈຸດຢືນຢ່າງຊັດເຈນ” ຂອງສະຫະລັດຕໍ່ການທີ່ເກົາຫຼີເໜືອຍິງຂີປະນາວຸດ 2 ຄັ້ງ ເມື່ອຕົ້ນເດືອນນີ້.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 28 ພຶດສະພາ ວ່າ ທ່ານນາງມໍແກນ ອໍເທກັສ ໂຄສົກຍິງຂອງກະຊວງການຕ່າງປະເທດສະຫະລັດ ກ່າວເມື່ອວັນອັງຄານ ວ່າ ໂຄງການດ້ານອາວຸດຂອງເກົາຫຼີເໜືອທັງໝົດຖືເປັນໂຄງການພັດທະນາ “ອາວຸດອານຸພາບທໍາລາຍສູງ (WMD: weapon of mass destruction) ”  ເຊິ່ງລະເມີດມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC: United Nations Security Council) ຢ່າງຊັດແຈ້ງ ແລະ ຄວາມພະຍາຍາມຂອງລັດຖະບານວໍຊິງຕັນທີ່ດໍາເນີນການມາຕະຫຼອດ ຄືການເຈລະຈາກັບອີກຝ່າຍໃຫ້ຢຸດຕິໂຄງການ WMD.

ในภาพอาจจะมี 3 คน

ຂະນະດຽວກັນ ທ່ານອໍເທກັສ ກ່າວວ່າ ຜູ້ຊ່ຽວຊານຂອງກະຊວງການຕ່າງປະເທດສະຫະລັດ ຍັງວິເຄາະຢ່າງລະອຽດກ່ຽວກັບອານຸພາບຂອງວັດຖຸ ທີ່ເກົາຫຼີເໜືອຍິງຕົກລົງທະເລຕາເວັນອອກ 2 ຄັ້ງ ເມື່ອໄລຍະຕົ້ນເດືອນນີ້ ເຖິງວ່າ ກະຊວງປ້ອງກັນປະເທດອາເມຣິກາຢືນຢັນວ່າ ຂີປະນາວຸດຫຼາຍລູກນັ້ນເປັນຈະຫຼວດໄລຍະໃກ້ ປະມານ 300 ກິໂລແມັດ ທັງນີ້ ຖ້ອຍຖະແຫຼງຂອງ ອໍເທກັສ ສະໜັບສະໜຸນຄໍາກ່າວຂອງທ່ານຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວ ເຊິ່ງຢືນຢັນວ່າ ການຍິງຂີປະນາວຸດຂອງລັດຖະບານພຽງຢາງທັງສອງຄັ້ງ ເປັນການຝ່າຝືນຂອງ ຢູເອັນເອັສຊີ ຢ່າງຊັດເຈນ ແລະ ເຕືອນເລື່ອງການທີ່ລັດຖະບານວໍຊິງຕັນ ເພິ່ມມາດຕະການຂວໍ້າບາດຕໍ່ເກົາຫຼີເໜືອອິກໃນອະນາຄົດ ສົ່ງຜົນໃຫ້ລັດຖະບານພຽງຢາງ ອອກມາຕອບໂຕ້ເຖິງ ທ່ານໂບລຕັນ ໂດຍກົງ ດ້ວຍການຖະແຫຼງການທີ່ໃຊ້ຖ້ອຍຄໍາທີ່ດຸເດືອດ.

ในภาพอาจจะมี 2 คน, ผู้คนกำลังยืน, แถบ และสถานที่กลางแจ้ง

ຢ່າງໃດກໍ່ຕາມ ການສະແດງຈຸດຢືນ ແລະ ທັດສະນະຂອງທີມງານ ທຣໍາ ຕໍ່ສະຖານະການດດັ່ງກ່າວເທິງເຂດສະໝຸດເກົາຫຼີເປັນໄປຄົນລະທິດທາງກັບຜູ້ນໍາອາເມຣິກາ ໂດຍປະທານາທິບໍດີໂດນັລ ທຣໍາ ຍັງຢືນຢັນວ່າ “ຕົນບໍ່ມີບັນຫາ” ກັບການຍິງຂີປະນາວຸດຂອງລັດຖະບານພຽງຢາງ ທີ່ເກີດຂຶ້ນ 2 ຄັ້ງ ແລະ ຫ່າງກັນພາຍໃນໄລຍະເວລາບໍ່ເທົ່າໃດມື້ ເມື່ອໄລຍະຕົ້ນເດືອນນີ້ ແລະ ບໍ່ຄິດວ່າຈະເປັນການລະເມີດມະຕິໃດໜຶ່ງຂອງຢູເອັນເອັສຊີ ແຕ່ເປັນພຽງ “ການຮ້ອງຮ້ອງຄວາມສົນໃຈ” ເທົ່ານັ້ນ ແລະ ຕົນຍັງເຊື່ອໝັ້ນໃນຕົວຂອງທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ.