ຫົວເຫວີຍຮຽກຮ້ອງໃຫ້ ອາເມຣິກາ ປັບວິທີການຮັບມືກັບຄວາມປອດໄພທາງໄຊເບີ້ຢ່າງມີປະສິດທິພາບ

42

ຫົວເຫວີຍ ຍື່ນຄຳຮ້ອງເພື່ອສະຫຼຸບການຕັດສິນຄະດີໃນສານ ເພື່ອເລັ່ງຂະບວນການຢຸດການກະທຳຜິດກົດໝາຍຕໍ່ບໍລິສັດ.

ວັນທີ 29 ພຶດສະພາ 2019 ທີ່ເມືອງ ເຊີນເຈີ້ນ ສປ ຈີນ, ບໍລິສັດຫົວເຫວີຍໄດ້ເຮັດການຍື່ນບົດສະຫຼຸບດເພື່ອພິຈາລິນາ ຄະດີເຊິ່ງເປັນສ່ວນໜຶ່ງຂອງການດຳເນີນການຕາມລັດຖະທຳມະນູນ ເພື່ອທ້າທາຍມາດຕາ 889 ກົດໝາຍວ່າດ້ວຍການອະນຸຍາດແຫ່ງຊາດຂອງ(2019 NDAA). ນອກຈາກນີ້ຍັງຮຽກຮ້ອງໃຫ້ລັດຖະບານ ສະຫະລັດອາເມຣິກາລະງັບການປະທ້ວງປາບປາມຫົວເຫວີຍ ເພາະມັນຈະບໍໍ່ສົ່ງຜົນດີຕໍ່ຄວາມປອດໄພຂອງເຄືອຂ່າຍ.


ທ່ານ Song Liuping ຫົວໜ້າຝ່າຍກົດໝາຍຂອງ ບໍລິສັດຫົວເຫວີຍ ໄດ້ກ່າວວ່າການໃຊ້ “ຄວາມປອດຂອງໄພເຄືອຂ່າຍ” ຖືກໃຊ້ເປັນຂໍ້ອ້າງໃນການນຳໃຊ້ ຫົວເຫວີຍ “ ບໍ່ພຽງແຕ່ຈະບໍ່ປັບປຸງຄວາມປອດໄພຂອງເຄືອຂ່າຍ ແຕ່ຈະນໍາມາເຊິ່ງຄວາມປອດໄພທີ່ຜິດພາດຢ່າງແຮງ”, “ ນັກການເມືອງ ສະຫະລັດ ອາເມຣິກາບາງຄົນໃຊ້ກົນໄກຂອງລັດເພື່ອປາບປາມອົງກອນ ເອກະຊົນຢ່າງຕໍ່ເນື່ອງໃນທຸກທິດທາງຢ່າງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ”.
ທ່ານ Song Liuping ຍັງໄດ້ກ່າວຕື່ມວ່າ: “ ລັດຖະບານ ສະຫະລັດ ອາເມຣິກາ ບໍ່ໄດ້ໃຫ້ຫຼັກຖານສໍາຄັນໃດໆ ທີ່ສະແດງໃຫ້ເຫັນວ່າ ຫົວເຫວີຍ ເປັນໄພຄຸກຄາມຂອງຊາດ, ການກະທຳຂອງ ສະຫະລັດອາເມຣິກາ ແມ່ນອີງໃສ່ການຄາດເດົາໂດຍບໍ່ມີພື້ນຖານຄວາມຈິງ”


ໃນຂໍ້ກ່າວຫາກ່ອນໜ້ານີ້, ຫົວເຫວີຍໄດ້ຟ້ອງຮ້ອງວ່າ ລັດຖະທຳມະນູນມາດຕາ 889 ກົດໝາຍວ່າດ້ວຍການອະນຸຍາດແຫ່ງຊາດຂອງ (2019 NDAA)ກຳນົດເປົ້າໝາຍໄປທີ່ ຫົວເຫວີຍ ຢ່າງຊັດເຈນ, ບໍ່ພຽງແຕ່ຫ້າມໜ່ວຍງານລັດຖະບານ ສະຫະລັດ ອາເມຣິກາ ຊື້ອຸປະກອນ ແລະ ການບໍລິການຈາກ ຫົວເຫວີຍ, ແລະ ຍັງຫ້າມບໍ່ໃຫ້ໜ່ວຍງານລັດຖະບານລົງນາມໃນສັນຍາ ຫຼື ໃຫ້ສິນເຊື່ອ ແລະ ເງິນກູ້ຢືມແກ່ບຸກຄົນທີ 3 ທີ່ຊື້ອຸປະກອນ ຫຼື ບໍລິການຂອງ ຫົວເຫວີຍ, ເຖິງວ່າທຸລະກໍາເຫຼົ່ານີ້ຈະບໍ່ມີຜົນກະທົບຕໍ່ລັດຖະບານ ສ ອາເມລິກາກໍ່ຕາມ.
ທ່ານ Song Liuping ຍັງໄດ້ກ່າວເຖິງຄວາມຈິງທີ່ວ່າກະຊວງການຄ້າໄດ້ເພີ່ມ ຫົວເຫວີຍ ເຂົ້າໃນລາຍຊື່ Entity ໃນສອງທິດທີ່ຜ່ານມາ. ທ່ານSong Liupingໄດ້ກ່າວວ່າເປັນການ “ສ້າງແບບຢ່າງທີ່ອັນຕະລາຍ”. ໃນມື້ນີ້, ອຸດສາຫະກໍາການສື່ສານ ແລະ ຫົວເຫວີຍ ໄດ້ຮັບຄວາມເສຍຫາຍ, ໃນອະນາຄົດຂ້າງໜ້າອາດຈະເປັນອຸດສະຫະກຳໃດໜຶ່ງ, ບໍລິສັດໃດໜື່ງ ແລະ ຜູ້ບໍລິໂພກຄົນໃດໜຶ່ງທີ່ໄດ້ຮັບຄວາມເສຍຫາຍ.


ທ່ານ Song Liuping ໄດ້ກ່າວ “ກົດໝາຍເປັນບັນທັດສຸດທ້າຍຂອງການປ້ອງກັນເພື່ອຄວາມຍຸຕິທຳ, ແລະ ເຮົາມີຄວາມໝັ້ນໃຈໃນຄວາມເປັນອິດສະຫຼະ ແລະ ຄວາມສົມບູນຂອງ ສະຫະລັດ ອາເມຣິກາ, ຂ້າພະເຈົ້າຫວັງວ່າຈະຜ່ານກົດໝາຍເພື່ອແກ້ໄຂຂໍ້ຜິດພາດຂອງສະມາຊິກສະພາ” .
ທ່ານGlen Nager ທີ່ປຶກສາຫຼັກຂອງ ຫົວເຫວີຍ ໄດ້ກ່າວວ່າ: “NDAA ມາດຕາ 889 ໄດ້ລະເມີດຂໍ້ກໍານົດຂອງກົດໝາຍວ່າດ້ວຍສິດທິຂອງລັດຖະທຳມະນູນ ສະຫະລັດ ອາເມຣິກາ, ຂໍ້ກຳນົດຂະບວນການ ແລະ ສິດການນຳໃຊ້, ເພາະສະນັ້ນສິ່ງທ້າທາຍຂອງນະໂຍບາຍແມ່ນປະເດັນທາງກົດໝາຍຢ່າງແທ້ຈິງ, ບໍ່ມີຂໍ້ຂັດແຍ່ງກ່ຽວກັບຄວາມຈິງ ແລະ ເປັນສິ່ງຈໍາເປັນທີ່ຈະຕ້ອງຮີບເລັ່ງສົ່ງຄຳພິຈາລະນາ”
ຫົວເຫວີຍ ເຊື່ອວ່າແຮງກົດດັນຈາກ ສະຫະລັດອາເມຣິກາຕໍ່ຫົວເຫວີຍ ນັ້ນບໍ່ໄດ້ເຮັດໃຫ້ການພັດທະນາຄວາມປອດໄພຂອງເຄືອຂ່າຍດີຂຶ້ນ, ການຮັກສາຄວາມປອດໄພຂອງເຄືອຂ່າຍເປັນຄວາມທ້າທາຍຂອງທຸກຝ່າຍທີ່ຕ້ອງປະເຊີນຮ່ວມກັນ, ຖ້າວ່ານີ້ກໍ່ແມ່ນເປົ້າໝາຍຂອງລັດຖະບານ ສະຫະລັດອາເມລິກາ ຫົວເຫວີຍ ກໍ່ຈະຫັນປ່ຽນກົນລະຍຸດເພື່ອປັບປຸງຄວາມປອດໄພຂອງເຄືອຂ່າຍດ້ວຍມາດຕາການທີ່ຊື່ສັດ ແລະ ມີປະສິດທິພາບ