ມອບອຸປະກອນກໍ່ສ້າງ ມູນຄ່າ 1 ຕື້ກວ່າກີບ ໃຫ້ຜູ້ຖືກນໍ້າຖ້ວມຢູ່ສະໜາມໄຊ

85

ເພື່ອເປັນການປະກອບສ່ວນສົມທົບທຶນຮອນ ຊ່ວຍເຫຼືອປົວແປງອາຄານບ້ານເຮືອນ ໃຫ້ແກ່ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປືໃນໄລຍະຜ່ານມາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ປະກອບສ່ວນຊ່ວຍເຫຼືອອຸປະກອນຮັບໃຊ້ການກໍ່ສ້າງໃຫ້ແຂວງອັດຕະປື ລວມມູນຄ່າ 1 ຕື້ກວ່າກີບ.

 

ໃນໂອກາດທີ່ ທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ພ້ອມຄະນະລົງ ເຮັດວຽກຢູ່ 4 ແຂວງພາກໃຕ້ ໃນລະຫວ່າງວັນທີ 20 – 24 ພຶດສະພາ ທີ່ຜ່ານມາ ກໍໄດ້ຖືໂອກາດດັ່ງກ່າວມອບອຸປະກອນກໍ່ສ້າງໃຫ້ແຂວງອັດຕະປື ມູນຄ່າ 1,29 ຕື້ກີບ, ໂດຍຕາງໜ້າຮັບແມ່ນທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ພ້ອມນັ້ນ ຍັງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານນາງ ໃບຄຳ ຂັດທິຍະ ກ່າວວ່າ: ການມາມອບວັດຖຸສົມທົບປຸກສ້າງໃຫ້ປະຊາຊົນທີ່ປະສົບໄພ ພິບັດ ທີ່ພັກອາໄສຢູ່ 5 ສູນພັກຊົ່ວຄາວ ໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງເຫັນດີຂອງກະຊວງ ຮສສ ເພື່ອມອບວັດຖຸສົມທົບປຸກສ້າງ ເປັນຕົ້ນແມ່ນ ສັງກະສີ 37ພັນກວ່າແຜ່ນ, ເຫຼັກຕະປູຕອກສັງກະສີ 5 ພັນປາຍກັບ ແລະ ເຫຼັກຕະປູຕອກໄມ້ ຈຳນວນໜຶ່ງ ລວມມູນຄ່າ 1,29 ຕື້ກີບ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດ ເພື່ອນໍາໄປຕໍ່ເຕີມເຮັດເທີບມຸງເຮືອນ.

 

 

ຕະຫຼອດໄລຍະຜ່ານມາພັກ ແລະ ລັດຖະບານ ກໍໄດ້ໃຫ້ຄວາມສຳຄັນ ແລະ ຖືເປັນບູລິມະສິດໜຶ່ງໃນການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດຕະຫຼອດມາ, ໃນນາມກະຊວງ ຮສສ ທີ່ເຮັດໜ້າທີ່ ບົດບາດໃຫ້ການຊ່ວຍເຫຼືອສົງເຄາະ ແມ່ນຝາກວຽກດັ່ງກ່າວນີ້ ໃຫ້ກັບແຂວງໂດຍສະເພາະຂະແໜງການ ຮສສ ໃຫ້ສືບຕໍ່ເຮັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດກ້າວໄປເລື້ອຍໆຈາກປະສົບການ ແລະ ການເຮັດວຽກຕົວຈິງຢູ່ຂັ້ນທ້ອງຖິ່ນ, ດັ່ງນັ້ນ ຈຶ່ງເຊື່ອແນ່ວ່າ ການຊ່ວຍເຫຼືອວັດຖຸສົມທົບໃນເທື່ອນີ້ ຈະມີປະໂຫຍດສູງສຸດ ສຳລັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

 

 

ພ້ອມດຽວກັນນັ້ນ ກະຊວງ ຮສສ ໃນນາມປະທານຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແມ່ນຈະພະຍາຍາມຂົນຂວາຍຊອກແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳມາພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດໃຫ້ກ້າວເຂົາສູ່ສະພາບປົກກະຕິໂດຍໄວ, ທ່ານນາງ ໃບຄຳ ຂັດທິຍະ ກ່າວ.

 

 

ຂໍ້ມູນ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ