ແຂວງຄໍາມ່ວນ – ກວາງບິ່ງ ວາງສະແດງສິນຄ້າຍູ້ການຮ່ວມມືພາກທຸລະກິດ

130

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ສປປ ລາວ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງບິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນ ພ້ອມທັງວາງສະແດງ ແລະ ຈໍາໜ່າຍສິນຄ້າຂຶ້ນໃນອາທິດທີ່ຜ່ານມານີ້ ຢູ່ທີ່ໂຮງແຮມແມ່ຂອງ 4 ຊັ້ນເທສະບານເມືອງທ່າແຂກ.

ຝ່າຍແຂວງຄໍາມ່ວນ ນໍາໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ສ່ວນຝ່າຍແຂວງກວາງບິ່ງ ນໍາໂດຍ ທ່ານ ຟານ ຫ້ວຍ ນາມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີບັນດາຕາງໜ້າພະແນກການເສດຖະກິດ, ພະແນກການຕ່າງປະເທດ, ຜູ້ອໍານວຍການ, ນັກທຸລະກິດຂອງສອງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງໄຊ ມັງໜໍ່ເມກ ກ່າວວ່າ: ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນ ພ້ອມທັງວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ເຫັນວ່າໄດ້ກໍານົດຈຸດປະສົງ ແລະ ກິດຈະກໍາເພື່ອສົ່ງເສີມຜູ້ປະກອບການໄດ້ແລກປ່ຽນຮຽນຮູ້ການພັດທະນາສິນຄ້າ, ການບໍລິການຈັດການ, ການເພີ່ມຊ່ອງທາງໃນການຊອກຫາຕະຫຼາດຈໍາໜ່າຍສິນຄ້າ ແລະ ຊອກຫາຄູ່ຮ່ວມມືຄ້າຂາຍສິນຄ້າລະຫວ່າງແຂວງຕາມບົດບັນທຶກກອງປະຊຸມບໍລິຫານລະດັບສູງ 3 ປະເທດ 9 ແຂວງ ( ລາວ -ໄທ – ຫວຽດນາມ ) ທີ່ນໍາໃຊ້ເສັ້ນທາງເລກ 8 ແລະ ເລກທີ 12 ແລະ ບົດບັນທຶກກອງປະຊຸມການນໍາຂັ້ນສູງ 2 ແຂວງຄໍາມ່ວນ ກັບ ແຂວງ ກວາງບິ່ງ ທີ່ໄດ້ລົງນາມຮ່ວມມືກັນໃນຜ່ານມາທັງເປັນການຕອບສະໜອງນະໂຍບາຍຂອງລັດຖະບານທັງສອງປະເທດໃນການສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມການຄ້າຊາຍແດນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ນັກທຸລະກິດທັງສອງຝ່າຍໃຫ້ເກີດຜົນປະໂຫຍດສູງສຸດ.

ໃນການພົບປະຍັງໄດ້ຮັບຟັງການລາຍງານລັກສະນະຜະລິດຕະພັນທຸລະກິດການເຊື່ອມຕໍ່ຮ່ວມມືການຄ້າຂອງແຂວງກວາງບິ່ງ ກັບ ແຂວງຄໍາມ່ວນ ຈາກຕາງໜ້າສູນສົ່ງເສີມອຸດສາຫະກໍາ ແລະ ການຄ້າ ແຂວງ ກວາງບິ່ງ, ການປະກອບຄໍາຄິດເຫັນຂອງທີ່ປຶກສາດ້ານການຄ້າຫວຽດນາມ ທີ່ ສປປ ລາວ ແລະ ບັນດາຕາງໜ້າພາກສ່ວນທຸລະກິດ ແຂວງກວາງບິ່ງ ຈໍານວນ 4 ບໍລິສັດ.

ໃນກອງປະຊຸມຍັງໄດ້ນໍາສະເໜີວິດີໂອກ່ຽວກັບທ່າແຮງ ແລະ ຄວາມສົດໃສໃນການປະກອບທຸລະກິດຂອງແຂວງກວາງບິ່ງ. ນອກຈາກນັ້ນ, ຍັງມີການຢ້ຽມຊົມສິນຄ້າຕົວແບບທີ່ນໍາມາວາງສະແດງຈາກແຂວງ ກວາງບິ່ງ ເຊິ່ງມີ 5 ໝວດສິນຄ້າ ຄື: ອາຫານທະເລ, ສະໝຸນໄພ, ເຟີນີເຈີ, ເຂົ້າໜົມ ແລະ ເຫຼົ້າພື້ນເມືອງ ລວມມີທັງໝົດ 16 ລາຍການ.

ພ້ອມນັ້ນ, ຍັງມີພິທີເຊັນສັນຍາການຮ່ວມມືດ້ານທຸລະກິດລະຫວ່າງພາກສ່ວນທຸລະກິດ ແຂວງກວາງບິ່ງ ແລະ ພາກສ່ວນທຸລະກິດແຂວງຄໍາມ່ວນ ເຊັ່ນ: ໂຮງງານເຟີນີເຈີ ຄໍາມ່ວນ ກັບ ບໍລິສັດ ຢ້ຽນ ຮົ້ງ ຈໍາກັດ, ບໍລິສັດ ການຢາ – ອຸປະກອນການແພດຄໍາມ່ວນ ກັບ ສະມາຄົມຜະລິດເຫັດປອດສານພິດ ແລະ ວິສາຫະກິດການກະເສດ         ຕວັນ ລິງ ( ຫງວຽນ ກວັກ ເຮືອງ ), ກຸ່ມຫັດຖະກໍາບ້ານນາຫຍ້າຫວາຍ ເມືອງທ່າແຂກ ກັບ ສະຫະກອນຫັດຖະກໍາໄມ້ໄຜ່ ແລະ ຫວາຍຂອງແຂວງກວາງບິ່ງ.

( ຂ່າວ – ຮູບ: ແດງສະຫວັດ ແສນພານິດ )