ມີ່ມີ່ ສຸດທິດາ ນາງສາວລາວ 2018 ໄດ້ຮັບລາງວັນກຽດຕິຄຸນ ທີ່ປະເທດໄທ

126

ຕິດຕາມການເຄື່ອນໄຫວຂອງ ສາວ ມີ່ມີ່ ສຸດທິດາ ອະນຸສິດ ນາງສາວລາວ 2018 ທີ່ເພິ່ນໄດ້ໄປປະຕິບັດພະລາກິດຢູ່ປະເທດໄທຄື ຮ່ວມກິດຈະກໍາ Queen Precious ເຊິ່ງເປັນກິດຈະກໍາປຸກພະລັງສ້າງຄຸນຄ່າ.

ງານນີ້ສາວ ມີ່ມີ່ ໄປແລ້ວໄດ້ທັງວຽກງານ ປະສົບການ ແລະ ລາງວັນກຽດຕິຄຸນກັບມາບ້ານຖືວ່າບໍ່ທຳມະດາ, ລາງວັນ ກຽດຕິຄຸນນັບວ່າເປັນລາງວັນແຫ່ງຄວາມສໍາເລັດອັນໜຶ່ງ ເຊິ່ງໄດ້ມີພິທີມອບ-ຮັບໃນວັນທີ 23 ພຶດສະພາ 2019

ສາວມີ່ມີ່ ຍັງໄດ້ໄປຮ່ວມລາຍການ “ດົ້ນສະຫຍາມ” ກ່ຽວກັບ ເອກກະລັກ ແລະ ວັດທະນະທໍາລາວ ໃນລາຍການ Trure 61 ນໍາອີກ.

ແລະ ໄດ້ເຂົ້າພົບປະທານ ແລະ ຜູ້ອຳນວຍການຜະລິດ ບໍລິສັດ “Twin Flame” ຜູ້ຜະລິດລາຍການ,ລະຄອນ ຍັງມີໂອກາດໄດ້ ແຄສຫນ້າກ້ອງ ເພື່ອກຽມຮ່ວມງານກັບວົງການບັນເທີງໄທ

ເຂົ້າຢ້ຽມຢາມຊ່ອງ workpoint entertainment ເພື່ອຖອດຖອນບົດຮຽນ ທາງດ້ານການເຮັດສື່ໂຄສະນາ ພ້ອມພົບກັບຄະນະບໍລິຫານຂອງຊ່ອງ

ກັບເອື້ອຍຕຸກກີ້