ຍັງຈະມີຝົນຕົກຄ່ອຍ-ປານກາງ ໃນແຕ່ລະພາກ

72

ພະຍາກອນອາກາດປະຈໍາວັນທີ 23 ພຶດສະພາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ.

 

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์, รถยนต์ และสถานที่กลางแจ้ง

 

     ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.

 

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

 

ไม่มีคำอธิบายรูปภาพ

ພາກກາງ: ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຖນຫະພູມໃນລະຫວ່າງ 26-32 ອົງສາ. ສະເພາະແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 18-27 ອົງສາ.

 

ไม่มีคำอธิบายรูปภาพ

ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 26-32 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມໃນລະຫວ່າງ 23-30 ອົງສາ.

ສຳລັບເຂດພູພຽງບໍລິເວນ: ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-25 ອົງສາ.

 

ไม่มีคำอธิบายรูปภาพ