ບໍລິສັດຜະລິດເຫຼັກລາຍໃຫຍ່ ບຣິຕິຊ ສະຕີລ ຂອງອັງກິດລົ້ມລະລາຍ

56

ບຣິຕິຊ ສະຕີລ ບໍລິສັດຜູ້ຜະລິດເຫຼັກກ້າຂະໜາດໃຫຍ່ສຸດ ອັນດັບ 2 ຂອງສະຫະຣາຊະອານາຈັກ ປະສົບພາວະລົ້ມລະລາຍ ເມື່ອວັນພຸດ ຫຼັງການເຈລະຈາຂັ້ນສຸດທ້າຍ ລະຫວ່າງ ລັດຖະບານ ກັບ ກຸ່ມເຈົ້າຂອງບໍ່ສາມາດຕົກລົງເລື່ອງເງິນທຶນກອບກູ້ກິດຈະການໄດ້ ຄາດສົ່ງຜົນກະທົບຢ່າງໜັກຕໍ່ແຮງງານບໍລິສັດ ປະມານ 5 ພັນຄົນ ແລະ ແຮງງານໃນຕ່ອງໂສ້ອີກ ປະມານ 20 ພັນຄົນ.

ສໍານັກຂ່າວເອເອັຟພີ ແລະ ເອພີ ລາຍງານຈາກນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນພຸດ ທີ 22 ພຶດສະພາ ວ່າ ສານສູງສຸດອັງກິດ ໃນນະຄອນຫຼວງລອນດອນມີຄໍາສັ່ງເມື່ອວັນພຸດໃຫ້ບໍລິສັດບຣິຕິຊ ສະຕີລ ເຂົ້າສູ່ຂະບວນການບັງຄັບຊໍາລະໜີ້ ເຊິ່ງໝາຍເຖິງຊັບສິນຂອງບໍລິສັດຈະຖືກຂາຍ ເພື່ອນໍາມາຊໍາລະໜີ້ ຂະນະທີ່ ທ່ານເກຼັກ ຄລາກ ລັດຖະມົນຕີກະຊວງທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກໍາອັງກິດ ກ່າວວ່າ ລັດຖະບານພະຍາຍາມເຮັດວຽກຢ່າງໜັກກັບບໍລິສັດບຣິຕິຊ ສະຕີລ ແລະ ເຈົ້າຂອງບໍລິສັດຄື ເກຣບູລ ແຄບປິຕອລ ແລະ ກຸ່ມເຈົ້າໜີ້ ເພື່ອສໍາຫຼວດທາງເລືອກທີ່ເປັນໄປໄດ້ທັງໝົດ ໃນການຫາທາງອອກສໍາລັບບຣິຕິຊ ສະຕີລ.

ທ່ານທິມ ໂຣເຊ ເລຂາທິການສະຫະພາບແຮງງານ ຈີເອັມບີ ເຊິ່ງມີສະມາຊິກຫຼາຍກວ່າ 631.000 ຄົນ ໃນເກືອບທຸກພາກອຸດສາຫະກໍາຂອງສະຫະຣາຊະອານາຈັກ ກ່າວວ່າ ການລົ້ມລະລາຍຂອງບໍລິສັດຜູ້ຜະລິດເຫຼັກຂະໜາດໃຫຍ່ ອັນດັບ 2 ຂອງອັງກິດ ຖືເປັນຂ່າວຮ້າຍສຸດສະເທືອນໃຈ ສໍາລັບແຮງງານຫຼາຍສິບພັນຄົນ ໃນສະຫະຣາຊະອານາຈັກ ເຊິ່ງໃນຈໍານວນນີ້ ລວມເຖິງແຮງງານ ປະມານ 5 ພັນຄົນຂອງບຣິຕິຊ ສະຕີລ ແລະ ອີກປະມານ 20 ພັນຄົນໃນຫ່ວງໂສ້ຂອງບໍລິສັດ.