ສິງກະໂປເປີດນໍາໃຊ້ຕູ້ສູບຢານອກສະຖານທີ່

57

ບໍລິສັດເອກະຊົນແຫ່ງໜຶ່ງໃນປະເທດສິງກະໂປ ເປີດນໍາໃຊ້ “ຕູ້ສູບຢາ” ຕິດຕັ້ງໃນສະຖານທີ່ສາທາລະນະ ເພື່ອອໍານວຍຄວາມສະດວກໃຫ້ກັບຜູ້ທີ່ຕ້ອງການສູບຢານອກເຄຫະສະຖານ ແລະ ເພື່ອຮັກສາສິ່ງແວດລ້ອມຕະຫຼອດເຖິງການປ້ອງກັນອັນຕະລາຍຈາກ “ຄວັນຢາສູບມືສອງ” ດ້ວຍ.

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນພະຫັດ ທີ 23 ພຶດສະພາ ວ່າ ບໍລິສັດເຊົາເທິນ ໂກຼບ ຄໍປໍເຣຊັ່ນ (ເອັສຊີຈີ) ເຊິ່ງເປັນຜູ້ໃຫ້ບໍລິການດ້ານໂລຈິສຕິກຂອງສິງກະໂປ ເປີດນໍາໃຊ້ “ຕູ້ສູບຢາສາທາລະນະ” ຢ່າງເປັນທາງການ ເມື່ອວັນອັງຄານ ຜ່ານມາ ໂດຍຕູ້ແຫ່ງທໍາອິດຕັ້ງຢູ່ໃນເຂດ ວັນ – ນັອດ ເຊິ່ງເປັນໜຶ່ງໃນພື້ນທີ່ທຸລະກິດໃຈກາງສິງກະໂປ ໂດຍລາຍງານຂອງເອັສຊີຈີ ລະບຸວ່າ ນອກຈາກເພື່ອ “ອໍານວຍຄວາມສະດວກ” ໃຫ້ກັບຜູ້ທີ່ຕ້ອງການສູບຢາແລ້ວ ຍັງເປັນການຮ່ວມກັນຮັກສາສິ່ງແວດລ້ອມ ແລະ ຮັກສາສຸຂະພາບໃຫ້ກັບບຸກຄົນທີ່ບໍ່ສູບຢາ ແຕ່ກໍ່ມີຄວາມສ່ຽງໄດ້ຮັບອັນຕະລາຍ ແລະ ລົ້ມປ່ວຍດ້ວຍພະຍາດຮ້າຍ ຈາກການດົມຄັວນຢາສູບມືສອງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ທັງນີ້ ເອັສຊີຈີ ວາງແຜນຕິດຕັ້ງຕູ້ສູບຢາ ເຊິ່ງໃຊ້ລະບົບກອງອາກາດຄຸນະພາບດີ ທີ່ນໍາເຂົ້າຈາກປະເທດເດັນໝາກ ແລະ ສາມາດຮອງຮັບຜູ້ສູບຢາໄດ້ສູງສຸດ 10 ຄົນ ເພິ່ມຂຶ້ນໃຫ້ໄດ້ຢ່າງໜ້ອຍອີກ 60 ຕູ້ ທົ່ວປະເທດພາຍໃນໝົດປີນີ້ ເຖິງມີສຽງວິຈານຈາກກຸ່ມຜູ້ທົດລອງໃຊ້ມາແລ້ວ ວ່າ ຂະໜາດຂອງຕູ້ນັ້ນ “ນ້ອຍເກີນໄປ” ຈຶ່ງເກີດຄວາມແອອັດ ເມື່ອມີຄົນເຂົ້າໄປຢູ່ລວມກັນຫຼາຍ ແລະ ຮຽກຮ້ອງໃຫ້ບໍລິສັດຜູ້ຜະລິດຄວນເຮັດຕັ່ງໃສ່ນໍາ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ອີກປະການໜຶ່ງ ສິງກະໂປຖືເປັນປະເທດທີ່ມີກົດໝາຍກ່ຽວກັບການສູບຢາຢ່າງເຂັ້ມງວດຫຼາຍທີ່ສຸດປະເທດໜຶ່ງຂອງໂລກ ໂດຍລັດຖະບານແກ້ໄຂກົດໝາຍກໍານົດອາຍຸ ຂັ້ນຕໍ່າຂອງຜູ້ສູບຢາ ເພິ່ມຂຶ້ນອີກເປັນ 19 ປີ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ ທີ່ຜ່ານມາ. ນອກຈາກນີ້, ຖ້າເຈົ້າໜ້າທີ່ພົບຜູ້ໃດທີ່ຝ່າຝືນດ້ວຍການອອກມາສູບຢານອກພື້ນທີ່ກໍານົດເທິງຖະໜົນອໍຊາດ ຈະບໍ່ມີການເຕືອນອີກຕໍ່ໄປ ແຕ່ຈະຖືກຈັບກຸມ ແລະ ອາດຈະຕ້ອງຊໍາລະຄ່າປັບໄໝຂັ້ນຕໍ່າ 200 ໂດລາສິງກະໂປ ( 1,26 ລ້ານກີບ) ຫຼື ສູງສຸດ 1 ພັນໂດລາສິງກະໂປ (ປະມານ 6,3 ລ້ານກີບ) ໂດຍຂຶ້ນຢູ່ກັບການຕັດສິນຂອງສານ.

ຮູບ AFP