ຈີນ ເປັນຕະຫຼາດຫຼັກຮອງຮັບສິນຄ້າກະສິກໍາຈາກ ຫວຽດນາມ

60

ທາງການຫວຽດນາມ ລາຍງານວ່າ: ມູນຄ່າການສົ່ງອອກຜົນຜະລິດທາງກະສິກໍາ ເປັນຕົ້ນຜັກ ແລະ ໝາກໄມ້ຂອງຫວຽດນາມ ໄປຕະຫຼາດຫຼັກຢ່າງຈີນ ສະເພາະໃນເດືອນເມສາທີ່ຜ່ານມາ ພຽງເດືອນດຽວເປັນຈໍານວນເງິນເຖິງ 462 ລ້ານໂດລາ.

ແຕ່ເມື່ອລວມຍອດການສົ່ງອອກໃນ 4 ເດືອນຕົ້ນປີ 2019 ຢູ່ທີ່ 1,4 ຕື້ໂດລາ ເພີ່ມຂຶ້ນ 7,2% ເມື່ອປຽບທຽບໃສ່ໄລຍະດຽວກັນຂອງປີ 2018. ໃນນັ້ນ, ການສົ່ງອອກໄປຍັງຕະຫຼາດຈີນ ກວມເອົາ 72% ຂອງຍອດມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ທັງໝົດ.

ຈີນ ຈັດຢູ່ໃນອັນດັບທີໜຶ່ງໃນດ້ານຕະຫຼາດນຳເຂົ້າຜັກ ແລະ ໝາກໄມ້ຂອງຫວຽດນາມ ໂດຍກວມເອົາກວ່າ 72% ຂອງຍອດມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ທັງໝົດທີ່ສົ່ງອອກໄປຕະຫຼາດຕ່າງປະເທດ, ຮອງລົງມາເປັນອາເມຣິກາ ກວມເອົາ 3,26%, ເກົາຫຼີ ກວມເອົາ 3,22%, ຍີ່ປຸ່ນ ກວມເອົາ 2,9% ແລະ ໂຮນລັງ ກວມເອົາ 1,71%.

ບັນດາຕະຫຼາດທີ່ມີມູນຄ່າການສົ່ງອອກຜັກ ແລະ ໝາກໄມ້ຂອງຫວຽດນາມ ເພີ່ມຂຶ້ນຢ່າງຫຼວງຫຼາຍກວ່າໃນໄລຍະຫຼັງນີ້ກໍແມ່ນ ອົສຕຣາລີ ເພີ່ມຂຶ້ນເກືອບ 53%, ເກົາຫຼີ ເພີ່ມຂຶ້ນເກືອບ 31% ແລະ ໂຮນລັງ ເພີ່ມຂຶ້ນ 28%.