ເວັບໄຊກົດໝາຍຈີນກຳລັງເຕີບໂຕ! ໃຫ້ຄໍາແນະນໍາກວ່າ 7 ແສນຄະດີ ມີພຶງພໍໃຈເຖິງ 90%

57

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນອັງຄານ ທີ 21 ພຶດສະພາ ວ່າ ກະຊວງຍຸຕິທໍາໄດ້ຈັດງານຖະແຫຼງຂ່າວ ເມື່ອວັນຈັນ ທີ 20 ພຶດສະພາ ກ່ຽວກັບ www.12348.gov.cn ເວັບໄຊໃຫ້ບໍລິການທາງກົດໝາຍຂອງກະຊວງໂດຍກ່າວເຖິງສະຖິຕິການໃຊ້ວຽກດ້ານຕ່າງໆຂອງເວັບໄຊ ຫຼັງຈາກເປີດໃຫ້ບໍລິການມາປະມານ 1 ປີ ລວມເຖິງແຜນພັດທະນາເວັບໄຊ ເຊັ່ນ: ການສຶກສາບໍລິການທີ່ຄ້າຍກັບຂອງຕ່າງປະເທດ ແລະ ການເປີດຊ່ອງທາງໃໝ່ເປັນພາສາອັງກິດ ເພື່ອໃຫ້ບໍລິການພະນັກງານຊາວຕ່າງຊາດໃນປະເທດດ້ວຍ.

ຮອງລັດຖະມົນຕີກະຊວງຍຸຕິທຳຈີນ ກ່າວໃນການຖະແຫຼງຂ່າວ ວ່າ ກະຊວງໄດ້ສຶກສາເວັບໄຊຂອງຕ່າງປະເທດເຊັ່ນອາເມຣິກາ, ການາດາ, ອົສຕຣາລີ ແລະ ອັງກິດ ເຊິ່ງຮວບຮວມປະສົບການທາງກົດໝາຍຕ່າງໆໄວ້ໃນບໍລິການອອນໄລນ໌ ລວມເຖິງມີການອົບຮົມທະນາຍ ແລະ ສ້າງຄວາມລະອຽດ ຊັດເຈນເຖິງຂໍ້ມູນທາງກົດໝາຍຕ່າງໆ ເຊິ່ງປະເທດຈີນ ຈະນຳແນວທາງດ້ານນີ້ ມາພັດທະນາບໍລິການເວັບໄຊຂອງປະເທດຕໍ່ໄປ.

ນອກຈາກນີ້, ທາງເວັບໄຊຍັງຈະເປີດຊ່ອງທາງໃໝ່ເປັນພາສາອັງກິດ ເພື່ອຊ່ວຍເຫຼືອຊາວຕ່າງຊາດທີ່ມາເຮັດວຽກໃນປະເທດຈີນ ແລະ ຍັງຈະເພິ່ມແຜນທີ່ຂອງສະຖາບັນດ້ານກົດໝາຍຕ່າງໆໃນປະເທດ ເປັນຂໍ້ມູນເພິ່ມຕື່ມໃຫ້ຜູ້ໃຊ້ບໍລິການເວັບໄຊອີກດ້ວຍ.

ໂຄງການໃຫ້ບໍລິການທາງກົດໝາຍອອນໄລນ໌ ນີ້ ເລິ່ມຂຶ້ນໃນປີ 2018 ຫຼັງກະຊວງຍຸຕິທໍາເປີດຕົວເວັບໄຊດັ່ງກ່າວ ແລະ ໄລຍະເວລາປະມານ 1 ປີ ທີ່ຜ່ານມາ ກໍ່ມີຈໍານວນທີ່ພຶງພໍໃຈ ຄືມີຜູ້ລົງທະບຽນໃຊ້ບໍລິການຫຼາຍກວ່າ 6 ລ້ານບັນຊີ ແລະ ມີການລັອກອິນ 170 ລ້ານຄັ້ງ ດ້ວຍສະຖິຕິມີຜູ້ເຂົ້າສອບຖາມໃຊ້ບໍລິການ 5 ລ້ານຄັ້ງ ແລະ ເວັບໄຊໄດ້ໃຫ້ຄໍາແນະນໍາກັບຄະດີທັງໝົດກວ່າ 7 ແສນຄະດີ ໂດຍຜູ້ໃຊ້ວຽກມີຄວາມພຶງພໍໃຈ ເຖິງ 90,8%.

ເວັບໄຊດັ່ງກ່າວມີເຈົ້າໜ້າທີ່ໃຫ້ບໍລິການທັງໝົດ 922 ຄົນ ປະກອບດ້ວຍທະນາຍຄວາມ, ເຈົ້າໜ້າທີ່ທະບຽນ ແລະ ຜູ້ໃຫ້ຄວາມຊ່ວຍເຫຼືອທາງກົດໝາຍອື່ນໆ ເຊິ່ງລ້ວນໄດ້ຮັບການຄັດເລືອກຈາກທາງກະຊວງທັງໝົດ ແລະ ຍັງໃຊ້ເທັກໂນໂລຢີທີ່ທັນສະໄໝດ້ວຍຖານຂໍ້ມູນຂະໜາດໃຫຍ່ (Big Data),  ປັນຍາປະດິດ (AI ) ແລະ ບໍລິການຄລາວ ເພື່ອຄວາມຖືກຕ້ອງ ແລະ ບໍລິການທີ່ດີຂຶ້ນ.

ຂ່າວຈາກ: China Xinhua News