ກູເກິລ ລະງັບແຜນຖອນຫົວເຫວີ່ຍຈາກແອນດຣອຍ

79

ບໍລິສັດກູເກິລນລະງັບແຜນການຖອນສິດຂອງຫົວເຫວີ່ຍໃນການໃຊ້ວຽກ ແລະ ອັບເດດຟີເຈີພື້ນຖານເທິງລະບົບແອນດຣອຍ ໃນຂະນະທີ່ ລັດຖະບານສະຫະລັດ ມີມາດຕະການຜ່ອນຜັນຊົ່ວຄາວ 90 ວັນໃຫ້ແກ່ບໍລິສັດເທັກໂນໂລຢີລາຍໃຫຍ່ຈາກຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21 ພຶດສະພາ ໂດຍອ້າງຈາກລາຍງານຂອງໜັງສືພິມ ເດິ ວອລລ໌ ສະຕຣີດ ເຈີນັລ ເຊິ່ງສໍາພາດແຫຼ່ງຂ່າວໃນບໍລິສັດກູເກິລ ວ່າ ຄະນະຜູ້ບໍລິຫານມີມະຕິໃນການປະຊຸມສຸກເສີນ ເມື່ອຄືນວັນຈັນ ທີ່ຜ່ານມາ ໃຫ້ລະງັບການຕັດສິດຜະລິດຕະພັນຂອງຫົວເຫວີ່ຍ ໃນການໃຊ້ວຽກ ແລະ ອັບເດດດຟັງຊັ່ນຫຼັກທີ່ເປັນພື້ນຖານຂອງລະບົບປະຕິບັດການແອນດຣອຍ ເຊິ່ງຈະສົ່ງຜົນກະທົບຕໍ່ສິນຄ້າຂອງຫົວເຫວີ່ຍ ທີ່ໃຊ້ວຽກລະບົບປະຕິບັດການນີ້ເປັນຫຼັກມາຕະຫຼອດ ໂດຍແຫຼ່ງຂ່າວໃຫ້ເຫດຜົນວ່າ ເປັນໄປຕາມມາດຕະການຜ່ອນຜັນ 90 ວັນ ຂອງກະຊວງການຄ້າສະຫະລັດ ໃນການໃຫ້ຫົວເຫວີ່ຍ ແລະ ບໍລິສັດຄູ່ຄ້າໃນສະຫະລັດຈັດການຄວາມຮ່ວມມືທີ່ຍັງຄ້າງຄາຢູ່ໃຫ້ແລ້ວສຳເລັດ ພາຍໃນວັນທີ 19 ສິງຫາ ນີ້.

ເຖິງວ່າ ກູເກິລ ແລະ ຫົວເຫວີ່ຍ ຍັງສະຫງວນທ່າທີຕໍ່ລາຍງານດັ່ງກ່າວຂອງວອລລ໌ ສະຕຣີດ ເຈີນັລ ແຕ່ ທ່ານເຫຣີນ ເຈິ້ງເຟີຍ ຜູ້ກໍ່ຕັ້ງ ແລະ ປັດຈຸບັນດໍາລົງຕໍາແໜ່ງປະທານຄະນະເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ກ່າວເຖິງ ກູເກິລໃນການໃຫ້ສໍາພາດພິເສດກັບສື່ຂອງຈີນຫຼາຍແຫ່ງ ເມື່ອວັນອັງຄານ ວ່າ ກູເກີລເປັນ “ບໍລິສັດທີ່ມີຄວາມຮັບຜິດຊອບສູງ” ແລະ ເຊື່ອໝັ້ນວ່າ ກູເກິລ ແລະ ຫົວເຫວີ່ຍ ຈະມີມາດຕະການ “ຮ່ວມກັນ” ເພື່ອຮັບມືກັບສະຖານະການເກີດຂຶ້ນໄດ້ ເຊິ່ງຜົນຈາກຄໍາສັ່ງ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ທີ່ປະທານາທິບໍດີໂດນັລ ທຣໍາ ປະກາດເມື່ອອາທິດ ຜ່ານມາ.

ในภาพอาจจะมี 1 คน, กำลังนั่ง

ຂະນະທີ່ ທ່ານວິລເບີ ຣອສ ລັດຖະມົນຕີວ່າການກະຊວງການຄ້າຂອງສະຫະລັດ ກ່າວເຖິງໄລຍະເວລາຜ່ອນຜັນ 90 ວັນ ວ່າ ເພື່ອໃຫ້ເວລາຜູ້ປະກອບການໃນສະຫະລັດກຽມຄວາມພ້ອມ ແລະ ຢືນຢັນ ວ່າຫົວເຫວີ່ຍເປັນບໍລິສັດຂອງຈີນທີ່ມີພຶດຕິກໍາກ່ຽວຂ້ອງດ້ານການກວດກາລາຍໄດ້, ຄວາມໝັ້ນຄົງ ແລະ ການສ້າງຜົນກະທົບຕໍ່ຜົນປະໂຫຍດຂອງສະຫະລັດໃນຕ່າງປະເທດ ຢ່າງໃດກໍ່ຕາມ ຣອສ ກ່າວດ້ວຍວ່າ ລັດຖະບານວໍຊິງຕັນກໍາລັງພິຈາລະນາເຊັ່ນກັນ ວ່າ ຈະມີການຕໍ່ເວລາໃຫ້ຫົວເຫວີ່ຍ ຫຼື ບໍ່ ເມື່ອຄົບກຳນົດ 90 ວັນ.