ແຂວງໄຊສົມບູນ ເປີດຂະບວນຜະລິດລະດູຝົນ 2019

84

ພະແນກກະສິກຳ ແລະ ປ່າໄມ້ ແຂວງ ໄຊສົມບູນ ໄດ້ຈັດພິທີເປີດຂະບວນການຜະລິດລະດູຝົນ ປີ 2019 ປູກເຂົ້ານາປີຢູ່ບ້ານອອມ ເມືອງອານຸວົງ ໂດຍການນໍາໃຊ້ເຕັກນິກການປູກ ດ້ວຍເຄື່ອງຈັກຢອດເມັດ ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2019 ຜ່ານມາທີ່ທົ່ງນາບ້ານອອມ ເຊິ່ງນໍາພາ ແລະ ເປັນປະທານໃນພິທີໂດຍ ທ່ານ ລູຊີ     ຢໍລໍ່ເຢຍລົງ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຕາງໜ້າການນຳເມືອງອານຸວົງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງອານຸວົງ ພ້ອມດ້ວຍອຳນາດການປົກຄອງບ້ານອອມ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ລູຊີ ຢໍລໍ່ເຢຍລົງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນໃນການນຳໃຊ້ເຕັກນິກການປູກເຂົ້າ ດ້ວຍເຄື່ອງຈັກຢອດເມັດ ເຊິ່ງເປັນການປູກທີ່ທັນສະໄໝ, ປະຢັດເວລາ, ປະຢັດແຮງງານ, ໄດ້ຮັບຜົນຜະລິດດີ ແລະ ໃນການເປີດຂະບວນການຜະລິດລະດູຝົນ ປີ 2019 ທັງແຂວງໄຊສົມບູນ ກໍຄືທັງເມືອງອານຸວົງ ໄດ້ນຳໃຊ້ເຕັກນິກປູກເຂົ້ານາປີດ້ວຍເຄື່ອງຈັກຢອດເມັດ ເຊິ່ງໄດ້ມີການສາທິດປູກເຂົ້າໂດຍການນຳໃຊ້ເຄື່ອງຈັກຢອດເມັດຢູ່ໄຮ່ນາຕົວຈິງ. ທັງນີ້, ກໍເພື່ອເປັນການຝຶກເຕັກນິກດ້ານວິຊາການໃຫ້ແກ່ປະຊາຊົນບ້ານອອມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບເຕັກນິກຕໍ່ການນໍາໃຊ້ເຄື່ອງຈັກທີ່ທັນສະໄໝດັ່ງກ່າວເຂົ້າໃນການຜະລິດໃຫ້ມີຄວາມຊຳນານ ເພາະການໝູນໃຊ້ການປູກເຂົ້າດ້ວຍເຄື່ອງຈັກຢອດເມັດນີ້ເປັນວິທີການທີ່ທັນສະໄໝ, ວ່ອງໄວ, ຖືກຕ້ອງຕາມຫຼັກວິຊາການ, ປະຢັດເວລາ ແລະ ໄດ້ຮັບຜົນຜະລິດດີ ທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

ພ້ອມນີ້, ຍັງເປັນການປຸກລະດົມໃຫ້ພໍ່ແມ່ປະຊາຊົນຊາວກະສິກອນບ້ານອອມ ກໍຄືໃນທົ່ວແຂວງໄຊສົມບູນ ສຸມໃສ່ການຜະລິດໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ໂດຍຫັນຈາກການປູກເຂົ້າແບບປະຖົມປະຖານ, ອີງໃສ່ທຳມະຊາດເປັນຕົ້ນຕໍໃນເມື່ອກ່ອນ ແລ້ວກ້າວເຂົ້າສູ່ການຜະລິດຕາມຫຼັກວິທະຍາສາດ ແລະ ທັນສະໄໝເທື່ອລະກ້າວ.