ແບນຫົວເຫວີ່ຍ! ຈີນສົ່ງສັນຍານ ຕອບໂຕ້ອາດຈະບໍ່ຂາຍ “ສິນແຮ່ຫາຍາກ” ໃຫ້ສະຫະລັດ

61

ການທີ່ປະທານປະເທດສີ ຈິ້ນຜິງ ເດີນທາງໄປຢ້ຽມຢາມໂຮງງານຜະລິດສິນແຮ່ຫາຍາກ ທີ່ຢູ່ທາງພາກໃຕ້ຂອງປະເທດ ອາດເປັນເຈດຕະນາສົ່ງສັນຍານເຖິງ ອາເມຣິກາ ວ່າ ຈີນອາດຈະຕອບໂຕ້ມາດຕະການ “ແບນຫົວເຫວີ່ຍ” ຂອງອາເມຣິກາ ຜ່ານກູເກິລ ດ້ວຍການງົດຂາຍສິນແຮ່ເຫຼົ່ານີ້ໃຫ້ແກ່ອີກຝ່າຍ ເຊິ່ງເປັນວັດຖຸດິບສໍາຄັນຂອງການຜະລິດຮາດແວຣ໌.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 21 ພຶດສະພາ ວ່າ ປະທານປະເທດສີ ຈິ້ນຜິງ ລົງພື້ນທີ່ເມືອງກ້ານໂຈວ ໃນມົນທົນຈຽງຊີ ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເມື່ອວັນຈັນ ເພື່ອຢ້ຽມຊົມການເຮັດວຽກ ແລະ ໃຫ້ກໍາລັງໃຈພະນັກງານຂອງບໍລິສັດ “ເຈແອລ ແມັກ ແຣ-ເອີດທ໌” (JK MAG Rare-Earth) ເຊິ່ງເປັນຜູ້ຜະລິດສິນແຮ່ຫາຍາກທາງອຸດສາຫະກໍາ ແລະ ພັດທະນາສິນຄ້າທີ່ມີສິນແຮ່ດັ່ງກ່າວ ເປັນສ່ວນປະກອບ ໂດຍສະເພາະອຸປະກອນຮາດແວຣ໌ລວມເຖິງຊິບຄອມພິວເຕີ, ແບັດເຕີຣີ່ ຂອງສະມາດໂຟນ ແລະ ອຸປະກອນສື່ສານອິເລັກທໍນິກອີກຫຼາຍຊະນິດ ຕະຫຼອດຈົນຊິ້ນສ່ວນຂອງລົດໄຟຟ້າດ້ວຍ ປັດຈຸບັນຈີນຖືຄອງສັດສ່ວນຕະຫຼາດຫຼາຍເຖິງ 90% ທົ່ວໂລກ ນັ້ນໝາຍຄວາມວ່າ ອາເມຣິກາກໍ່ຍັງຕ້ອງສັ່ງຊື້ສິນແຮ່ຈາກຈີນ ແລະ ສິນແຮ່ຫາຍາກເປັນໜຶ່ງໃນລາຍການສິນຄ້າທີ່ຜ່ານກຳແພງພາສີຂອງລັດຖະບານວໍຊິງຕັນ.

ในภาพอาจจะมี 1 คน, กำลังยืน, กำลังนั่ง และรองเท้า

ไม่มีคำอธิบายรูปภาพ

ທັງນີ້ ການປະກົດຕົວຂອງຜູ້ນໍາຈີນທີ່ບໍລິສັດເຈແອລ ແມັກ ແຣ-ເອີດທ໌ ສົ່ງຜົນໃຫ້ຫຸ້ນຂອງບໍລິສັດເພິ່ມຂຶ້ນຫຼາຍເຖິງ 10% ໃນວັນດຽວກັນ ດ້ານຜູ້ສັນທັດກໍລະນີທັງພາຍໃນ ແລະ ຕ່າງປະເທດເຫັນວ່າ ລັດຖະບານປັກກິ່ງກໍາລັງສົ່ງສັນຍານໄປເຖິງສະຫະລັດ ວ່າ ຈີນອາດຈະລະງັບການສົ່ງອອກສິນແຮ່ຫາຍາກໃຫ້ແກ່ບໍລິສັດຜູ້ຜະລິດໃນອາເມຣິກາ ເພື່ອຕອບໂຕ້ການທີ່ປະທານາທິບໍດີໂດນັລ ທຣໍາ ປະກາດ “ພາວະສຸກເສີນທາງເທັກໂນໂລຢີ” ເມື່ອອາທິດທີ່ຜ່ານມາ ສັ່ງຫ້າມຜູ້ປະກອບການຂອງສະຫະລັດຄ້າຂາຍກັບບໍລິສັດເທັກໂນໂລຢີ “ຂອງຕ່າງຊາດ” ຖ້າບໍ່ມີໃບອະນຸຍາດຈາກກະຊວງການຄ້າທີ່ທຸກຝ່າຍຕີຄວາມໄປໃນທິດທາງດຽວກັນວ່າ ໝາຍເຖິງບໍລິສັດຫົວເຫວີ່ຍຂອງຈີນ ແລະ ຫຼັງຈາກນັ້ນ ບໍລິສັດເທັກໂນໂລຢີ ຂະໜາດໃຫຍ່ຂອງສະຫະລັດຫຼາຍແຫ່ງ ນໍາໂດຍກູເກິລປະກາດລະງັບຄວາມສໍາພັນທາງທຸລະກິດກັບຫົວເຫວີ່ຍທີ່ຈະສົ່ງຜົນໃຫ້ຜະລິດພັນຂອງຫົວເຫວີ່ຍບໍ່ສາມາດອັບເດດລະບົບປະຕິບັດການແອນດຣອຍໄດ້ອີກ ໃນກໍລະນີທີ່ກູເກິລອອກລະບົບໃໝ່.

ไม่มีคำอธิบายรูปภาพ

ในภาพอาจจะมี 1 คน, กำลังนั่ง

ຖ້າປະເດັນດັ່ງກ່າວເປັນຈິງ ຈະສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສາຍງານອຸດສາຫະກໍາໃນສະຫະລັດ ເຖິງມີລາຍງານວ່າ ລັດຖະບານວໍຊິງຕັນຄາດການເລື່ອງນີ້ໄວ້ເຊັ່ນກັນ ແຕ່ຜູ້ຊ່ຽວຊານເຫັນວ່າ ສະຫະລັດຍັງຕ້ອງໃຊ້ເວລາອີກຫຼາຍສິບປີກວ່າຈະຜະລິດສິ່ງອື່ນທົດແທນສິນແຮ່ຫາຍາກເຫຼົ່ານີ້ໄດ້ ຂະນະທີ່ ທ່ານລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວເຖິງການທີ່ ທຣໍາ ກ່າວຢໍ້າດ້ວຍຄວາມໝັ້ນໃຈວ່າ ສະຫະລັດ ກັບ ຈີນ “ມີຂໍ້ຕົກລົງທີ່ດີ ແຕ່ລັດຖະບານປັກກິ່ງເປັນຝ່າຍຜິດສັນຍາ” ເຊິ່ງຕົນກໍ່ບໍ່ເຂົ້າໃຈວ່າຜູ້ນໍາສະຫະລັດໝາຍເຖິງຫຍັງ ແຕ່ຕ້ອງບໍ່ແມ່ນຂໍ້ຕົກລົງທີ່ຈີນ “ເຫັນຊອບດ້ວຍ” ຢ່າງແນ່ນອນ ພ້ອມທັງຢືນຢັນວ່າ ລັດຖະບານປັກກິ່ງຈະມີມາດຕະການຕອບໂຕ້ໃນເລື່ອງນີ້ ແລະ ຂໍໃຫ້ທຸກຝ່າຍ “ອົດໃຈຖ້າ” ເຊິ່ງກໍ່ມີລາຍງານອອກມາວ່າ ຫົວເຫວີ່ຍກໍ່ໄດ້ມີການພັດທະນາລະບົບປະຕິບັດຂອງຕົວເອງ ຕັ້ງແຕ່ປີຜ່ານມາ ເພາະປະເມີນສະຖານະການເອົາໄວ້ແລ້ວເຊັ່ນກັນວ່າ “ຈະມາເຖິງຈຸດນີ້ໃນທີ່ສຸດ”.