ກູເກິລຈໍາກັດການໃຊ້ວຽກເທິງແອນດຣອຍຂອງຫົວເຫວີ່ຍ

64

ບໍລິສັດກູເກິລລະງັບສິດບາງສ່ວນຂອງຫົວເຫວີ່ຍໃນການເຂົ້າເຖິງລະບົບປະຕິບັດການແອນດຣອຍ ເຊິ່ງຈະສົ່ງຜົນໃຫ້ສິນຄ້າໃໝ່ທີ່ຈະວາງຂາຍໃນອະນາຄົດບໍ່ສາມາດອັບເດດແອັບພຣິເຄຊັ່ນຫຼັກ ທີ່ລວມເຖິງ ຈີເມລ ແລະ ຢູທູບ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 19 ພຶດສະພາ ວ່າ ບໍລິສັດກູເກິລອອກຖະແຫຼງການເມື່ອວັນອາທິດ ວ່າ ບໍລິສັດອັລຟາເບັດ ເຊິ່ງເປັນບໍລິສັດແມ່ຂອງກູເກິລກໍາລັງພິຈາລະນາເພື່ອກຽມປະຕິບັດຕາມ ທີ່ປະທານາທິບໍດີໂດນັລ ທຣໍາ ປະກາດຄໍາສັ່ງຝ່າຍບໍລິຫານເມື່ອອາທິດຜ່ານມາ ວ່າ ສະຫະລັດກໍາລັງປະເຊີນກັບ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ທີ່ມາດຕະການລວມເຖິງການເພິ່ມ “ຄວາມເຂັ້ມງວດ” ໃນກໍລະນີຜູ້ປະກອບການຂອງສະຫະລັດ ປະສົງຂໍໃບອະນຸຍາດເພື່ອເຮັດທຸລະກິດ ຫຼື ຄ້າຂາຍກັບບໍລິສັດດ້ານເທັກໂນໂລຢີຂອງຕ່າງປະເທດ ທີ່ເຖິງວ່າ ບໍ່ໄດ້ມີການແຈ້ງຊື່ບໍລິສັດ ແລະ ປະເທດຢ່າງກົງໄປກົງມາ ແຕ່ເປັນທີ່ເຂົ້າໃຈກັນໂດຍອັດຕະໂນມັດວ່າ ໝາຍເຖິງບໍລິສັດຫົວເຫວີ່ຍຂອງຈີນ.

ในภาพอาจจะมี 2 คน, สถานที่ในร่ม

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຢ່າງໃດກໍ່ຕາມ ແຫຼ່ງຂ່າວໃນກູເກິລເປີດເຜີຍກັບສື່ຫຼາຍແຫ່ງຂອງສະຫະລັດ ວ່າ ທາງບໍລິສັດຕັດສິນໃຈລະງັບຄວາມຮ່ວມມືບາງສ່ວນກັບຫົວເຫວີ່ຍນັ້ນຄື ສະມາດໂຟນ ແລະ ແທັບເລັດ ລຸ້ນໃໝ່ຂອງຫົວເຫວີ່ຍຈະບໍ່ສາມາດອັບເດດແອັບພຣິເຄຊັ່ນສໍາຄັນເທິງລະບົບປະຕິບັດການແອນດຣອຍ ເຊິ່ງສ່ວນໃຫຍ່ເປັນແອັບພຣິເຄຊັ່ນຂອງກູເກິລ ບໍ່ວ່າຈະເປັນຈີເມລ, ຢູທູບ ແລະ ແຜນທີ່ ແຕ່ສິນຄ້າຂອງຫົວເຫວີ່ຍ ຈະຍັງສາມາດຮອງຮັບແອັບພຣິເຄຊັ່ນເທິງແອນດຣອຍ ແລະ ມີການອັບເດດເມື່ອເຖິງເວລາໄດ້ເປັນປົກກະຕິ.

ในภาพอาจจะมี หนึ่งคนขึ้นไป

ในภาพอาจจะมี 1 คน

ເຖິງມີລາຍງານດ້ວຍວ່າ ແຫຼ່ງຂ່າວໃນກະຊວງການຄ້າຂອງສະຫະລັດ ເຜີຍເລື່ອງການກຽມອອກ “ມາດຕະການຜ່ອນຜັນ” ໃຫ້ກັບຫົວເຫວີ່ຍເປັນເວລາສູງສຸດ 90 ວັນ ເພື່ອບໍ່ໃຫ້ກະທົບກັບບໍລິການທີ່ມີຢູ່ແລ້ວ ໂດຍສະເພາະໃນພື້ນທີ່ຫ່າງໄກຂອງລັດທີ່ມີປະຊາກອນອາໄສບໍ່ຫຼາຍ ເຊັ່ນ ລັດອໍຣິກອນ ແລະ ລັດໄວໂອມິງ ເຊິ່ງມາດຕະການຈະລວມເຖິງການອະນຸຍາດໃຫ້ຫົວເຫວີ່ຍຊື້ສິນຄ້າ ແລະ ບໍລິການຂອງສະຫະລັດ ເພື່ອບໍ່ໃຫ້ລູກຄ້າຂອງຫົວເຫວີ່ຍໃນອາເມຣິກາໄດ້ຮັບຜົນກະທົບ ແຕ່ມາດຕະການຜ່ອນຜັນນີ້ ຈະບໍ່ມີຜົນຄວບຄຸມ “ໂຄງການໃນອະນາຄົດ”. ແຕ່ຄວາມເຄື່ອນໄຫວຂອງກູເກິລນັ້ນ ຖ້າເປັນຄວາມຈິງຈະສົ່ງຜົນກະທົບຢ່າງໜັກຕໍ່ທຸລະກິດຂອງຫົວເຫວີ່ຍ ແລະ ທ່າທີຂອງທາງຫົວເຫວີ່ຍຍັງບໍ່ສະແດງຄວາມຄິດເຫັນຢ່າງເປັນທາງການຕໍ່ລາຍງານດັ່ງກ່າວ.

ในภาพอาจจะมี หนึ่งคนขึ้นไป