ຍົກລະດັບບັນດາວິຊາການຂອງກອງເລຂາ ປພຍ

81

ໃນວັນທີ 17 ພຶດສະພາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມກອງເລຂາເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ ແລະ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ກ່ຽວກັບການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ເພື່ອການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ     ວົງໜໍ່ແກ້ວ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊກເກັນເນັສ ໂທເລັຟເຊັນ ( Sara Sekkenes-Tollefsen ) ຜູ້ປະສານງານຂອງອົງການສະຫະປະຊາຊາດ ( ສປຊ ) ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ 60 ທ່ານ.

ຈຸດປະສົງຫຼັກຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສົ່ງເສີມການປະສານງານເພື່ອການຈັດຕັ້ງປະຕິບັດວາລະປີ 2030 ຢູ່ ສປປ ລາວ ໂດຍສະເພາະແມ່ນຍົກລະດັບບັນດາວິຊາການຂອງກອງເລຂາ ປພຍ ກ່ຽວກັບການສ້າງແຜນງານ, ນະໂຍບາຍ ແລະ ກິດຈະກໍາຕ່າງໆ ເພື່ອປັບປຸງການປະສານງານກັບບັນດາຈຸດປະສານງານ ປພຍ ຂອງແຕ່ລະຂະແໜງການໃຫ້ມີປະສິດທິພາບ.

ໃນໂອກາດນີ້ ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການມີສ່ວນຮ່ວມຂອງທຸກຂະແໜງການຂອງລັດ,       ເອກະຊົນ ແລະ ທຸກຂະແໜງການທີ່ກ່ຽວຂ້ອງທັງສາຍຕັ້ງ ແລະ ສາຍຂວາງ ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ເຊິ່ງມັນນອນຢູ່ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ 8 ແລະ ຄຽງຄູ່ກັບການພັດທະນາແບບຍືນຍົງກໍຄືການບັນລຸໄດ້ຄໍາຂວັນຂອງອົງການ ສປຊ ໃນການ “ ບໍ່ປະປ່ອຍຜູ້ໃດຢູ່ທາງຫຼັງ ” ສະນັ້ນ, ການສ້າງຄວາມອາດສາມາດຂອງກອງເລຂາ ປພຍ ແລະ ບັນດາຄະນະຈຸດປະສານງານ ປພຍ ແຫ່ງຊາດຈຶ່ງເປັນພື້ນຖານອັນສໍາຄັນໃນການດໍາເນີນການຈັດຕັ້ງປະຕິບັດ ປພຍ ນັບແຕ່ນີ້ຮອດປີ 2030.

ທ່ານ ນາງ ຊາຣາ ເຊກເກັນເນັສ ໂທເລັຟເຊັນ ກໍໄດ້ກ່າວວ່າ: ການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມຈະສາມາດຊ່ວຍກຸ່ມຜູ້ດ້ອຍໂອກາດໃນສັງຄົມ ແລະ ພວກເຮົາເອງສາມາດຊ່ວຍໃຫ້ພວກເຂົາສ້າງຄວາມອາດສາມາດ ແລະ ປັບປຸງການດໍາລົງຊີວິດຂອງພວກເຂົາໄດ້. ນອກນັ້ນ, ກອງປະຊຸມຍັງໄດ້ມີການສົນທະນາ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບບົດບາດຂອງຂະແໜງການໃນການສ້າງກິດຈະກໍາ ແລະ ການວາງແຜນເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ມີການມີສ່ວນຮ່ວມຂອງທຸກຄົນໃນສັງຄົມອີກດ້ວຍ.

( ຂ່າວ: ສັນຕິ, ຮູບ: ວິລະສັກ )