ຕໍ່ຈາກກຸເກິລ! ບໍລິສັດເທັກໂນໂລຢີ ອາເມຣິກາ ທະຍອຍຢຸດຕິຄວາມສໍາພັນກັບ ຫົວເຫວີ່ຍ

62

ຜູ້ຜະລິດເຊມິຄອນດັກເຕີ ແລະ ຊິບ ລາຍໃຫຍ່ຂອງສະຫະລັດເລິ່ມທະຍອຍຢຸດຕິຄວາມສໍາພັນທາງທຸລະກິດກັບບໍລິສັດຫົວເຫວີ່ຍຕາມຄໍາສັ່ງຂອງປະທານາທິບໍດີໂດນັລ ທຣໍາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 20 ພຶດສະພາ ວ່າ ບັນດາຜູ້ຜະລິດເຊມິຄອນດັກເຕີ ແລະ ອຸປະກອນດ້ານການສື່ສານໂທລະຄົມມະນາຄົມລາຍໃຫຍ່ຂອງອາເມຣິກາ ທະຍອຍປະກາດຢຸດຕິຄວາມສຳພັນທາງທຸລະກິດ ກັບ ບໍລິສັດຫົວເຫວີ່ຍ ເທັກໂນໂລຢີຂອງຈີນ ຫຼັງປະທານາທິບໍດີໂດນັລ ທຣໍາ ປະກາດຄຳສັ່ງສຸກເສີນດ້ານເທັກໂນໂລຢີ ທີ່ຈະເພິ່ມຄວາມຍາກລໍາບາກໃຫ້ແກ່ຜູ້ປະກອບການຂອງສະຫະລັດ ໃນການຄ້າຂາຍ ແລະ ເຮັດທຸລະກໍາ ກັບ ຫົວເຫວີ່ຍ ໂດຍຄວອນຄອມ ອິນເທລ ບຣອດຄອມ ແລະ ໄຊລິງຊ໌ ປະກາດໃນໄລຍະເວລາໄລ່ເລ່ຍກັນ ຢຸດຕິການຜະລິດຊອຟແວ, ຊິບ ແລະ ອຸປະກອນອື່ນໆໃຫ້ແກ່ຫົວເຫວີ່ຍ ຈົນກວ່າຈະມີການປ່ຽນແປງ.

ไม่มีคำอธิบายรูปภาพ

ທັງນີ້ ກູເກິລ ເປັນບໍລິສັດລາຍໃຫຍ່ແຫ່ງທໍາອິດທີ່ປະກາດນະໂຍບາຍດັ່ງກ່າວ ວ່າ ປັດຈຸບັນ ເຖິງວ່າອຸປະກອນສື່ສານຂອງຫົວເຫວີ່ຍທຸກປະເພດຍັງສາມາດໃຊ້ງານລະບົບປະຕິບັດການແອນດຣອຍທີ່ມີແອັບພຣິເຄຊັ່ນຫຼັກ ລວມເຖິງບໍລິການຂອງກູເກິລບໍ່ວ່າຈະເປັນຈີເມລ, ຢູທູບ ແລະ ແຜນທີ່ ແຕ່ເມື່ອໃດກໍ່ຕາມທີ່ກູເກິລອັບເດດລະບົບປະຕິບັດການແອນດຣອບລຸ້ນໃໝ່ ອຸປະກອນຂອງຫົວເຫວີ່ຍກໍ່ຈະບໍ່ສາມາດອັບເດດໄດ້ ເຊິ່ງມີແນວໂນ້ມ ສົ່ງຜົນກະທົບຕໍ່ຜະລິດຕະພັນທີ່ຫົວເຫວີ່ຍມີແຜນຜະລິດ ແລະ ກຽມຈຳໜ່າຍໃນອະນາຄົດດ້ວຍ.

ในภาพอาจจะมี หนึ่งคนขึ้นไป และข้อความ

ຂະນະທີ່ຫົວເຫວີ່ຍ ເຊິ່ງມີສໍານັກງານໃຫຍ່ຢູ່ເມືອງເຊິນເຈິ້ນໃນຈີນ ຍັງບໍ່ສະແດງທ່າທີຕໍ່ສະຖານະການນີ້ຢ່າງເປັນທາງການ ແຕ່ເຄີຍມີລາຍງານວ່າຫົວເຫວີ່ຍຄາດການໄວ້ຕັ້ງແຕ່ປີ ຜ່ານມາແລ້ວ ວ່າ ສະຫະລັດມີແນວໂນ້ມເພິ່ມແຮງກົດດັນຕໍ່ບໍລິສັດ ດ້ວຍການໃຊ້ມາດຕະການລັກສະນະນີ້ ແລະ ຫົວເຫວີ່ຍ “ໄດ້ກຽມການຮັບມືໄວ້ແລ້ວ” ດ້ານຜູ້ສັນທັດກໍລະນີວິເຄາະເຊັ່ນກັນວ່າ ທຣໍາ ຕ້ອງການເພິ່ມແຮງກົດດັນຕໍ່ຫົວເຫວີ່ຍເພື່ອສ້າງຜົນກະທົບເປັນຕ່ອງໂສ້ໃຫ້ແກ່ນະໂຍບາຍເສດຖະກິດຂອງປະທານປະເທດສີ ຈິ້ນຜິງ ເນື່ອງຈາກສິນຄ້າຫຼາຍລາຍການຂອງຫົວເຫວີ່ຍຢູ່ໃນໂຄງການ “made in China 2025” ທີ່ລັດຖະບານຈີນສະໜັບສະໜຸນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม