ຫົວພັນ ເປີດເທດສະການຜ້າໄໝມ້ອນ

47

ວັນທີ 16 ພຶດສະພາ 2019 ນີ້ ແຂວງ ຫົວພັນ ໄດ້ຈັດພິທີເປີດເທດສະການຜ້າໄໝມ້ອນ ແຂວງຫົວພັນ ຂຶ້ນທີ່ສວນແກ້ວຫຼັກເມືອງ ເມືອງຊຳເໜືອ, ພາຍໃຕ້ການເປັນປະທານຂອງ ທ່ານ           ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວັດທະນະທຳ – ສັງຄົມຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ຫົວພັນ, ມີບັນດາທ່ານໃນການນຳແຂວງ, ການນຳບັນດາເມືອງທົ່ວແຂວງ, ພະແນກການອ້ອມຂ້າງແຂວງ, ບັນດາບໍລິສັດຫ້າງຮ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນອ້ອມຂ້າງເທສະບານແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດງານເທດສະການຜ້າໄໝມ້ອນ ແຂວງຫົວພັນ ກ່າວເປີດພິທີ ວ່າ: ການຈັດເທດສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້ ແມ່ນແນໃສ່ອະນຸຮັກຮີດຄອງປະເພນີອັນດີງາມຂອງຊາດກໍຄືແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງ ຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແຜຂອງເອື້ອຍນ້ອງແມ່ຍິງທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ ເປັນສິ່ງໜຶ່ງທີ່ໜ້າພາກພູມໃຈ ແລະ ເອກອ້າງທະນົງໃຈຂອງຊາວແຂວງຫົວພັນ. ພ້ອມນີ້, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດຜູ້ຜະລິດຫັດຖະກຳພາຍໃນແຂວງ ຫົວພັນ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕໍ່າຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ ພ້ອມທັງປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ພາຍໃນເທດສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້ ໄດ້ຈັດໃຫ້ມີກິດຈະກຳແຂ່ງຂັນສາວໄໝ, ຜ່ຽນຫຼອດ ແລະ ຄົ້ນຫູກໄວ – ງາມ; ປະກວດຜ້າໄໝ, ສິ້ນໄໝງາມ; ປະກວດນາງສາວຜ້າໄໝມ້ອນ, ນັກຮ້ອງສຽງດີ, ງານຕະຫຼາດນັດສິນຄ້າຜ້າແພໄໝມ້ອນ, ຜະລິດຕະພັນຫັດຖະກຳຂອງແຂວງ ຫົວພັນອີກດ້ວຍ ແລະ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 11 ປີ ເຊິ່ງເລີ່ມແຕ່ມື້ນີ້ເຖິງວັນທີ 17 ພຶດສະພາ 2019 ຈຶ່ງຈະອັດລົງ.

[ ຂ່າວ – ຮູບ: ໄອແກ້ວ ]