ຈີນຈັດໂຄງການໃຫ້ຄວາມຮູ້ເບິ່ງແຍງສຸຂະພາບຜູ້ສູງອາຍຸ ຕັ້ງຄລີນິກປິ່ນປົວຟຣີປະຈໍາທ້ອງຖິ່ນ

58

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນເສົາ ທີ 18 ພຶດສະພາ ວ່າ ຈີນໄດ້ເປີດໂຕໂຄງການໃຫ້ຄວາມຮູ້ດ້ານການດູແລສຸຂະພາບ ແລະ ບໍລິການດ້ານການແພດ ສໍາລັບຜູ້ສູງອາຍຸ ໃນເຂດການປົກຄອງລະດັບມົນທົນຕ່າງໆ ທາງພາກຕາເວັນຕົກຂອງປະເທດ.

ในภาพอาจจะมี 3 คน, ผู้คนกำลังนั่ง, ตาราง, เด็ก และสถานที่ในร่ม

ໂຄງການດັ່ງກ່າວ ຈັດໂດຍມູນລະນິທິສະຫວັດດິການປະຊາກອນຈີນ (China Population Welfare Foundation) ແລະ ກໍາກັບດູແລໂດຍໜ່ວຍງານດ້ານຜູ້ສູງອາຍຸ ແລະ ສຸຂະພາບ ສັງກັດຄະນະກໍາມະການສຸຂະພາບແຫ່ງຊາດຂອງຈີນ (National Health Commission) ຈັດໃຫ້ມີກິດຈະກໍາຕ່າງໆ ໄດ້ແກ່ການຈັດຊັ້ນຮຽນໃຫ້ຄວາມຮູ້ດ້ານການດູແລສຸຂະພາບທີ່ສູນດູແລຜູ້ສູງອາຍຸປະຈໍາທ້ອງຖິ່ນ ການສົ່ງເສີມຄວາມຮູ້ດ້ານສາທາລະນະສຸກໃນຊຸມຊົນທ້ອງຖິ່ນ ແລະ ຄລີນິກປະຈໍາທ້ອງຖິ່ນທີ່ໃຫ້ບໍລິການຟຣີສຳລັບຜູ້ສູງອາຍຸ.

ในภาพอาจจะมี 3 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ຕາມກໍານົດການແລ້ວ ໂຄງການນີ້ຈະນໍາໄປບໍລິການໃນເຂດປົກຄອງລະດັບມົນທົນ 12 ແຫ່ງ ລວມເຖິງເຂດປົກຄອງຕົນເອງທິເບດ, ເຂດປົກຄອງຕົນເອງກວ່າງຊີຈ້ວງ ແລະ ມົນທົນເສສວນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และตาราง

ທັງນີ້ ປະເທດຈີນກໍາລັງເຂົ້າສູ່ສັງຄົມຜູ້ສູງອາຍຸຢ່າງວ່ອງໄວ ຄວາມຕ້ອງການດ້ານບໍລິການການດູແລສຸຂະພາບຂອງຜູ້ສູງອາຍຸເພິ່ມຂຶ້ນສູງຢ່າງຕໍ່ເນື່ອງ ການຈັດຕັ້ງລະບົບດູແລສຸຂະພາບຜູ້ສູງອາຍຸທີ່ປະຊາຊົນເຂົ້າເຖິງໄດ້ ທັງໃນເຂດເມືອງ ແລະ ເຂດຊົນນະບົດ ຖືວ່າເປັນເລື່ອງເລັ່ງດ່ວນຢ່າງຍິ່ງ.