ກະຊວງການຄ້າອາເມຣິກາ ຂຶ້ນບັນຊີດໍາ “ຫົວເຫວີ່ຍ” ຢ່າງເປັນທາງການ

67

ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີ່ຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍດ້ວຍ “ຕ້ອງມີໃບອະນຸຍາດກ່ອນ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ.

ในภาพอาจจะมี 2 คน, สถานที่ในร่ม

ທັງນີ້ ປະທານາທິບໍດີໂດນັລ ທຣໍາ ປະກາດ ສະຖານະການສຸກເສີນດ້ານເທັກໂນໂລຢີ ເມື່ອວັນພຸດ ຜ່ານມາ ເພື່ອປົກປ້ອງລະບົບໂຄງຄ່າຍອິນເຕີເນັດ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງອາເມຣິກາ ຈາກການຮຸກຮານໂດຍສັດຕູ ເຖິງວ່າ ບໍ່ໄດ້ພາດພິງຊື່ບໍລິສັດ ຫຼື ປະເທດໃດໜຶ່ງແບບເຈາະຈົງ ແລະ ມອບໝາຍໃຫ້ກະຊວງການຄ້າສະເໜີຮ່າງແນວທາງການປະຕິບັດເລື່ອງນີ້ ພາຍໃນ 150 ວັນ ແຕ່ຖະແຫຼງການຂອງກະຊວງການຄ້າ ລະບຸວ່າ ໃນເລື່ອງຂອງການຂໍໃບອະນຸຍາດນັ້ນ “ມີຜົນບັງຄັບໃຊ້ທັນທີ” ແລະ ມີຄໍາເວົ້າທີ່ພາດພິງຢ່າງຊັດເຈນວ່າ ຫົວເຫວີ່ຍເປັນບໍລິສັດທີ່ກ່ຽວຂ້ອງກັບ “ກິດຈະກໍາ” ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງລັດ ແລະ ຜົນປະໂຫຍດດ້ານນະໂຍບາຍຕ່າງປະເທດຂອງອາເມຣິກາ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂະນະທີ່ ຫົວເຫວີ່ຍຍັງບໍ່ສະແດງທ່າທີຕໍ່ຄວາມເຄື່ອນໄຫວຂອງກະຊວງການຄ້າສະຫະລັດ ແຕ່ອອກມາຕອບໂຕ້ຕໍ່ຄໍາສັ່ງຂອງທຣໍາ ໃນວັນດຽວກັນວ່າ ອາເມຣິກາ ບໍ່ແມ່ນ “ຕະຫຼາດສໍາຄັນ” ຂອງຫົວເຫວີ່ຍຢູ່ແລ້ວ ເພາະສະນັ້ນ ຄວາມປ່ຽນທີ່ເກີດຂຶ້ນເກືອບບໍ່ສົ່ງຜົນຕໍ່ການດໍາເນີນງານຂອງບໍລິສັດ ເຊິ່ງມີຄວາມເປັນມິດກັບທຸກປະເທດໃນໂລກ ໂດຍສະເພາະຢ່າງຍິ່ງ ໃນດ້ານການສະໜັບສະໜຸນການພັດທະນາລະບົບ 5ຈີ ຂອງປະເທດທີ່ເປັນພັນທະມິດທາງການຄ້າຕໍ່ກັນ.