ບໍ່ຢາກເຕະຝຸ່ນ ຕ້ອງໄປຟັງ “ກຽມ​ຕົວແນວໃດຈົບອອກມາ​ໃຫ້ໄດ້ວຽກ”

76

ເຊື່ອແນ່ວ່າ ຫຼາຍໆທ່ານທີ່ກຳລັງໄປຊອກເຮັດວຽກງານທຳ ຫຼື ເປັນນັກສຶກສາທີ່ຫາກໍ່ກຽມຈົບ ຕ່າງກໍ່ມີຄວາມກັງວົນວ່າ ຈະເຮັດແນວໃດເມື່ອຈົບອອກໄປແລ້ວມີວຽກເຮັດ ຈະໄດ້ຢຸດຂໍເງິນໃຊ້ມາເປັນມີເງິນໃຫ້ຄົນທີ່ຕົນຮັກໃຊ້ ອັນທີ່ຈິງກໍ່ບໍ່ແມ່ນເລື່ອງງ່າຍ ແລະ ບໍ່ຍາກເກີນຂໍພຽງໃຫ້ຮູ້ກຽມຕົວແຕ່ເນີ້ນໆແລ້ວທ່ານຈະບໍ່ວ່າງງານ.

 

ในภาพอาจจะมี 5 คน, ผู้คนกำลังนั่ง และสถานที่ในร่ม

 

ໃນຄວາມເປັນຈິງແລ້ວເວລາຮຽນໃນຫ້ອງ ກັບເວລາອອກໄປເຮັດວຽກແນ່ນອນວ່າມັນມີຄວາມແຕກຕ່າງກັນຫຼາຍ. ເຊິ່ງໄລຍະຜ່ານມາຈະສັງເກດເຫັນວ່າ ນັກສຶກສາທີ່ຈົບມາຈາກຫຼາຍໆສະຖາບັນ ບາງສ່ວນຕ້ອງວ່າງງານຫາວຽກເຮັດບໍ່ໄດ້ ທັງນີ້, ສາເຫດໜຶ່ງກໍ່ເນື່ອງມາຈາກ ຄວາມຕ້ອງການຂອງໜ້າທີ່ວຽກງານ ມັນບໍ່ກົງກັບສາຍທີ່ຮຽນມາ ແລະ ອີກປະການໜຶ່ງກໍ່ອາດແມ່ນເນື່ອງມາຈາກ ເຮົາຍັງບໍ່ທັນມີປະສົບການໃນການເຮັດວຽກໃດໆມາກ່ອນ. ສະນັ້ນ, ຫຼາຍໆຄົນຈິ່ງນັບສູນຈາກບ່ອນເຮັດວຽກບ່ອນທຳອິດ.

 

ในภาพอาจจะมี 6 คน, ผู้คนกำลังนั่ง, เด็ก, สถานที่ในร่ม และสถานที่กลางแจ้ง

 

ຍຸກສະໄໝນີ້ແນ່ນອນວ່າ ທຸກໆບໍລິສັດບໍ່ວ່າພາກເອກກະຊົນ ຫຼື ພາກລັດ ກໍ່ລ້ວນມີຄວາມຕ້ອງການບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດ ທີ່ສຳຄັນຖ້າມີຄວາມພ້ອມລຸຍວຽກແຕ່ມື້ທຳອິດທີ່ເຂົ້າປະຈຳການຈະເປັນສິ່ງທີ່ນາຍມັກທີ່ສຸດ ເພາະສາມາດມາຊ່ວຍຂັບເຄື່ອນໜ້າທີ່ວຽກງານ ໄດ້ເລີຍໂດຍບໍ່ຈຳເປັນເສຍເວລາໄປຝຶກຫຍັງຕື່ມ. ສະນັ້ນ, ຈິ່ງພະຍາຍາມສັນຫາຜູ້ທີ່ມີປະສົບການເປັນບຸລິມະສິດຫຼັກ.

 

ในภาพอาจจะมี 1 คน, ฝูงชน, ต้นไม้ และสถานที่กลางแจ้ง

 

ສຳລັບນັກຮຽນ-ນັກສຶກສາຄົນໃດທີ່ຢາກຮູ້ການກຽມຕົວກ່ອນຈົບ ແລະ ບໍ່ໃຫ້ວ່າງງານພາຍຫຼັງທີ່ໄດ້ໃບປະກາດແລ້ວກໍ່ລອງຍາດໂອກາດມາຮ່ວມຮັບຟັງຫົວຂໍ້ບັນຍາຍນີ້ “ກຽມຕົວແນວໃດ ເມື່ອຈົບອອກໄປຈຶ່ງໄດ້ວຽກ” ຈາກອາຈານ ກາບແກ້ວ ທໍາມະວົງ, ນັກຂຽນລາງວັນນາກຄຳ, ລາງວັນ ​ວັນ​ນະ​ກຳ​ແມ່​ນ້ຳ​ຂອງ ແລະ ນັກເວົ້າສ້າງແຮງບັນດານໃຈ. ພ້ອມນັ້ນ, ຍັງຈະໄດ້ສຶກສາ ແລະ ຮຽນຮູ້​ເຄັດ​ລັບ “ການ​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ ໂດຍ​ເລີ່ມ​ຕົ້ນ​ຈາກ 0” ຈາກ ​ທ່ານ​ວິ​ທະ​ຍາ​ກອນ ທີ່​ເປັນ​ນັກ​ທຸ​ລະ​ກິດ​​ແຖວ​ໜ້າ​ຂອງ​ປະ​ເທດ​ລາວ.

 

ในภาพอาจจะมี 1 คน, กำลังยิ้ม

 

ງານ​ດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນ ໃນວັນທີ 22 ພຶດສະພາ 2019 ເວລາ 13:00 ໂມງ ທີ່​ສະ​ໂມ​ສອນ ມ​ຊ (ຊັ້ນ 2) ​ໃຫ້ແກ່ນັກ​ສຶກ​ສາ ມ​ຊ, ບໍ່ພຽງແຕ່ເທົ່ານັ້ນ ທ່ານໃດທີ່ຕ້ອງການເຂົ້າຮ່ວມງານກໍ່ສາມາດລົງທະບຽນໄດ້ ໂດຍບໍ່ເສຍຄ່າເພື່ອຮັບຟັງຮັບສະເພາະ 50 ທ່ານ​ເທົ່າ​ນັ້ນ.

 

 

ในภาพอาจจะมี 4 คน, คนที่ยิ้ม, ข้อความ