ທ່ານ ຮອງລັດຖະມົນຕີ ລົງຕິດຕາມວຽກງານການຄ້າ ຢູ່ແຂວງຄໍາມ່ວນ

118

ໃນວັນທີ 15 ພຶດສະພາ 2019 ນີ້, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການຄ້າ ຢູ່ແຂວງຄຳມ່ວນ ກ່ອນອື່ນທ່ານໄດ້ຟັງຜົນການຈັດຕັ້ງວຽກງານການຄ້າ ໃນໄລຍະ 1 ປີ ຜ່ານມາ ຈາກນັ້ນທ່ານໄດ້ໃຫ້ທິດຊີ້ນຳ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ເຂັ້ມງວດວຽກງານການຄ້າໃຫ້ຫຼາຍຂຶ້ນ.

 

 

ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ( ພະແນກ ອຄ )ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດກາການຄ້າໃນໄລຍະຜ່ານວ່າ: ໃນໄລຍະ 1 ປີ ຜ່ານມາ ໜ່ວຍງານກວດກາການຄ້າແຂວງ ໄດ້ປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນ ໃນການກວດກາສິນຄ້າ ແລະ ລາຄາທີ່ລະເມີດລະບຽບຄຸ້ມຄອງທາງການຄ້າ, ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ ແລະ ການຄ້ານອກລະບົບ. ໃນນັ້ນ, ສາມາດກວດກາ ແລະ ສະກັດກັ້ນໄດ້ 14 ຄັ້ງ, ມີມູນຄ່າໃນການປັບໃໝ 12 ລ້ານກວ່າກີບ, ສິນຄ້າສ່ວນໃຫຍ່ແມ່ນປະເພດນໍ້າມັນ, ຢາສູບ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ໄມ້ແປຮູບຈຳນວນໜຶ່ງ.

 

 

ດ້ານທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ໄດ້ໃຫ້ທິດຊິ້ນຳໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຂະແໜງດັ່ງກ່າວ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງເຈົ້າໜ້າທີ່ກວດກາການຄ້າທັງແຂວງ ແລະ ເມືອງ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 62/ນຍ ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ.

 

 

ສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ, ຄວບຄຸມບັນຊີແຕ່ຂອດຕົ້ນທຶນການຜະລິດຈົນເຖິງຂອດຂາຍຍົກ-ຂາຍຍ່ອຍໃນລາຄາທີ່ລັດອະນຸມັດ, ການຕິດສະຫຼາກສິນຄ້າເປັນພາສາລາວ, ເປັນເງິນກີບ, ພ້ອມກັນສະກັດກັ້ນການຄ້າຂາຍນອກລະບົບຕາມເບາະແສໃຫ້ຊັດດເຈນ ແລະ ແໜ້ນໜາຂຶ້ນເຊັ່ນ: ສິນຄ້ານອກລະບົບປະເພດຢາສູບ ແລະ ອື່ນໆ ທີ່ມີການນຳເຂົ້າບໍ່ຖືກຕ້ອງ.

 

 

 

ຂໍ້ມູນ: Khammouane News