ອາເມຣິກາກຽມອະນຸມັດງົບປະມານຊ່ວຍເຫຼືອກຸ່ມກະສິກຳເປັນງວດທີ່ສອງ

73

ກະຊວງກະສິກຳຂອງສະຫະລັດ ກຽມຈັດສັນງົບປະມານງວດທີ 2 ເພື່ອຊ່ວຍເຫຼືອຊາວກະສິກໍາ ເຊິ່ງໄດ້ຮັບຜົນກະທົບຈາກສົງຄາມການຄ້າລະຫວ່າງສະຫະລັດ ກັບ ຈີນ ໂດຍງົບປະມານຊ່ວຍເຫຼືອ ອາດສູງເຖິງ 173.740 ຕື້ກີບ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 15 ພຶດສະພາ ວ່າ ສະຫະພັນສໍານັກງານດ້ານກະສິກໍາອາເມຣິກາ ໄດ້ອອກຖະແຫຼງການ ເມື່ອວັນພຸດ ເພື່ອຮຽກຮ້ອງໃຫ້ລັດຖະບານຂອງປະທານາທິບໍດີໂດນັລ ທຣໍາ ເລັ່ງແກ້ໄຂຂໍ້ພິພາດທາງການຄ້າກັບຈີນໃຫ້ແລ້ວສຳເລັດໂດບໄວທີ່ສຸດ ເນື່ອງຈາກ ການທີ່ລັດຖະບານປັກກິ່ງ ຕອບໂຕ້ດ້ວຍມາດຕະການກຳແພງພາສີຕໍ່ສິນຄ້າກະສິກຳສະຫະລັດ ສົ່ງຜົນກະທົບຢ່າງໜັກຕໍ່ຄຸນນະພາບຊີວິດ ແລະ ການວາງແຜນເພາະປູກຂອງຊາວກະສິກຳ ເຊິ່ງສ່ວນໃຫຍ່ຢູ່ໃນພາກພື້ນມິດເວສ ຫຼື ພາກຕາເວັນອອກຕອນກາງຂອງປະເທດ ແລະ ເປັນກຸ່ມລັດທີ່ລົງຄະແນນສຽງໃຫ້ ທຣໍາ ໃນການເລືອກຕັ້ງຜູ້ນຳສະຫະລັດ ເມື່ອປີ 2016.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທັງນີ້ ລັດຖະບານວໍຊິງຕັນ ຈັດຕັ້ງກອງທຶນຊ່ວຍເຫຼືອຊາວກະສິກຳທີ່ໄດ້ຮັບຜົນກະທົບ ໂດຍສະເພາະຜູ້ທີ່ປູກຖົ່ວເຫຼືອງ ແລະ ທັນຍະພືດ ຕະຫຼອດຈົນໝາກໄມ້ອີກຫຼາຍຊະນິດທີ່ຈີນ ຮັບຊື້ຈາກອາເມຣິກາໃນປະລິມານຫຼາຍມາຕະຫຼອດ 12 ຕື້ໂດລາ (ປະມານ 104.260 ຕື້ກີບ) ສະເພາະເມື່ອປີທີ່ຜ່ານມາ ຂະນະທີ່ ທ່ານຊອນນີ ເປີດູ ລັດຖະມົນຕີວ່າການກະຊວງກະສິກຳຂອງສະຫະລັດ ຖະແຫຼງໃນອາທິດນີ້ ວ່າ ລັດຖະບານວໍຊິງຕັນຢູ່ລະຫວ່າງການພິຈາລະນາຂັ້ນສຸດທ້າຍຕໍ່ຮ່າງແຜນການຊ່ວຍເຫຼືອຊາວກະສິກຳເປັນຮອບທີ 2 ໂດຍງົບປະມານຈະຢູ່ລະຫວ່າງ 15 – 20 ຕື້ໂດລາ (ປະມານ 130.330 – 173.740 ຕື້ກີບ).

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

ຢ່າງໃດກໍ່ຕາມ ຊາວກະສິກຳສ່ວນໃຫຍ່ຍັງສະແດງຄວາມບໍ່ພໍໃຈທີ່ພາກລັດຈ່າຍເງິນຊ່ວຍເຫຼືອຂ້ອນຂ້າງຊ້າ ໂດຍຊາວກະສິກຳກຸ່ມສຸດທ້າຍມີກໍານົດໄດ້ຮັບເງິນຊ່ວຍເຫຼືອຈາກກອງທຶນງວດທໍາອິດ ໃນວັນທີ 17 ພຶດສະພາ ນີ້ ຂະນະທີ່ ລາຄາສັນຍາຊື້ຂາຍຖົ່ວເຫຼືອງລ່ວງໜ້າໃນຕະຫຼາດຊິຄາໂກ ງວດເດືອນມິຖະນາ ເຮັດສະຖິຕິຫຼຸດລົງຕໍ່າສຸດໃນຮອບ 10 ປີ ແລະ ລາຄາສັນຍາຊື້ຂາຍຝ້າຍລ່ວງໜ້າ ງວດເດືອນມິຖະນາ ເຮັດສະຖິຕິຫຼຸດຕໍ່າທີ່ສຸດໃນຮອບ 3 ປີ.