ນູແວນເຊລັງ ຕັ້ງເປົ້າຫຼຸດການປ່ອຍອາຍພິດເຮືອນແກ້ວໃຫ້ເຫຼືອ 0%

90

ທ່ານ ອັນໂຕນີໂອ ກູເຕີເຣດ ເລຂາທິການອົງການສະຫະປະຊາຊາດ ຫຼື ສປຊ ກ່າວຍ້ອງຍໍ ນູແວນເຊລັງ ທີ່ປະກາດຕັ້ງເປົ້າຫຼຸດການປ່ອຍອາຍພິດເຮືອນແກ້ວສຸດທິໃຫ້ກາຍເປັນ 0% ພາຍໃນປີ 2050.

ນອກຈາກນີ້, ເລຂາທິການ ສປຊ ຍັງຍ້ອງຍໍ ນູແວນເຊລັງ ມີບົດບາດສໍາຄັນໃນການຊ່ວຍຄວບຄຸມປະລິມານອາຍພິດເຮືອນແກ້ວ ເຖິງວ່າປະລິມານການປ່ອຍອາຍພິດດັ່ງກ່າວທີ່ອອກມາຈາກພາກອຸດສາຫະກໍາຍັງບໍ່ເປັນໄປຕາມເປົ້າໝາຍທີ່ຕັ້ງໄວ້ກໍຕາມ.

ທັງນີ້, ຫຼາຍປະເທດທົ່ວໂລກບໍ່ໄດ້ເຮັດຕາມຂໍ້ຕົກລົງກັນໄວ້ໃນການຈໍາກັດການເພີ່ມຂຶ້ນອຸນຫະພູມໂລກ. ສະນັ້ນ, ການນໍາ ສປຊ ຈະເດີນທາງຢ້ຽມຢາມຫຼາຍປະເທດເພື່ອເຕືອນໃຫ້ຄໍານຶງເຖິງບັນຫາໂລກຮ້ອນ ແລະ ຈະຮ່ວມປະຊຸມນໍາຜູ້ນໍາ ແລະ ຜູ້ແທນຈາກຫຼາຍປະເທດໃນເຂດມະຫາສະໝຸດປາຊີຟິກ.

ໃນໄລຍະທີ່ຜ່ານມາ ເລຂາທິການ ສປຊ ໄດ້ກ່າວເນັ້ນຢໍ້າໃຫ້ເຫັນເຖິງ ຄວາມລົ້ມເຫຼວໃນການຄວບຄຸມການເພີ່ມຂຶ້ນຂອງອຸນຫະພູມບໍ່ໃຫ້ກາຍ 1,5 ອົງສາ ຈາກລະດັບສະໄໝປະຕິວັດອຸດສາຫະກໍາ.