ປະມວນພາບງາມໆ ປຸ້ຍ ນາງສາວນະຄອນຫຼວງ 2019 ທີ່ງານແຟແຟຊັນລາວ

137

ສ່ອງ ການເຄື່ອນໄຫວ ນາງສາວ ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງວຽງຈັນ 2019 ກັນແນ່ ຫຼັງໄດ້ຮັບຕໍາແໜ່ງ ກໍໄດ້ເຄື່ອນໄຫວເຮັດໜ້າທີ່ຂອງຕົນຢູ່ຕະຫຼອດ.

ຫຼ້າສຸດກໍໄດ້ໄປເດີນແບບໃນງານແຟແຟຊັນລາວ 2019 ໃນວັນທີ 12 ພຶດສະພາ 2019 ຜ່ານມາທີ່ຫໍວັດທະນະທໍາແຫ່ງຊາດ.
ນີ້ເປັນຊຸດທີ່ ປຸ້ຍໄດ້ສວມໃສ່ ສື່ເຖີງຄວາມເປັນລາວໂມເດີນໃສ່ໄດ້ທຸກໂອກາດ.

ຜູ້ອອກແບບແມ່ນ ເຈເຈ ພອນປະເສີດ ຈິນດາໄມ ອາຍຸ28ປີ ຢູ່ບ້ານທ່າໄຮ ເມືອງນະຄອນປາກເຊ ແຂວງຈຳປາສັກ.

ປັດຈຸບັນ ປຸ້ຍ ເກດມະນີ ວົງປະເສີດ ກໍາລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ປີທີ 4 ແລະເຮັດໜ້າທີ່ນາງສາວນະຄອນຫຼວງວຽງຈັນ ໄປພ້ອມໆກັນ.

ປຸ້ຍ ເປັນອາສາສະຫມັກໂຄງການແບ່ງປັນປື້ມໃຫ້ນ້ອງອ່ານ ຂອງ ຄສບ ທີ່ຊ່ວຍເຫຼືອນ້ອງນັກຮຽນ,ສັງຄົມທີ່ຫ່າງໄກສອກຫຼີກ.

ປຸ້ຍ ເປັນນາງແບບໃນສັງກັດຂອງຄ້າຍ SSS Agency, ມີອ້າຍນ້ອງນໍາກັນ 4 ຄົນ ປຸ້ຍເປັນລູກຄົນກາງ ມີອ້າຍ 1 ນ້ອງ 2 ຄົນ (ຍິງ ຊາຍ).

ຜ່ານມາໄດ້ຮັບຕໍາແຫນ່ງຮອງອັນດັບ 2 Miss Swensens’ idol 2016, ຮັບຕໍາແໜ່ງສາວງາມ ສູນອາຫານ ມຊ 2018, ເຂົ້າຮອບ 20 ຄົນ Miss Wolrd laos 2018 ແລະ ລ່າສຸດໄດ້ເປັນ ສາວນະຄອນຫຼວງວຽງຈັນ 2019.