ສຶກສາ ແຂວງອຸດົມໄຊປະກາດແຕ່ງຕັ້ງຫຼາຍຕໍາແໜ່ງງານ

274

ພະແນກສຶກສາທິການ ແລະ ກິລາ ໄດ້ຈັດພິທີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາ-ກິລາຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນ ພະແນກສຶກສາທິການ ແລະ ກິລາແຂວງ. ໃນນີ້. ແຕ່ງຕັ້ງ  ທ່ານ ພິມພາ ເພຍເທບ ຮອງຫົວໜ້າພາກວິຊາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເປັນຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.

 

ນອກນັ້ນ, ໃນພິທີຍັງໄດ້ແຕ່ງຕັ້ງຫົວໜ້າຂະແໜງ, ຮອງຂະແໜງ ເພີ່ມອີກຈຳນວນໜຶ່ງ ປະກອບມີ: ທ່ານ ສົມວັນ ດາວເຮືອງ ເປັນຫົວໜ້າຂະແໜງກິລາມວນຊົນ, ທ່ານ ບຸນເພັງ ແລງສຸທິພົງ ເປັນຫົວໜ້າ ຂະແໜງການເງິນ, ທ່ານ ໄຊສົມຈິດ ປະເສີດສັກ ເປັນຫົວໜ້າຂະແໜງກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ, ແຕ່ງຕັ້ງ ທ່ານ ນາງ ຄຳພອນ ເພັງມີໄຊ ເປັນຮອງຫົວໜ້າຂະແໜງການເງິນ, ທ່ານ ແກ້ວຄຳ ວົງວິໄລ ເປັນຮອງຫົວໜ້າຂະແໜງການເງິນ, ທ່ານ ສົມເພັດ ສີວັນໄຊ ເປັນຮອງຫົວໜ້າຂະ   ແໜງ ການສຶກສານອກໂຮງຮຽນ, ທ່ານ ນາງ ລັດສະໝີ ສຸວັນທອງ ເປັນຮອງຫົວໜ້າຂະແໜງການສຶກສານອກໂຮງຮຽນ, ທ່ານ ນາງ ສີວິໄລ ແສນວັນນະຄຳ ເປັນຮອງຫົວໜ້າ ຂະແໜງຈັດຕັ້ງພະນັກງານ ແລະ ທ່ານ ນາງ ຄຳແຫວນ ວົງທອງ ເປັນຮອງຫົວໜ້າຂະແໜງສາມັນສຶກສາ.

 

 

ໃນພິທີ ທາງຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາ-ກິລາ ແລະ ຂໍ້ຕົກລົງແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງ ເພື່ອປະກອບເຂົ້າໃນລະບົບການຈັດຕັ້ງ ຂອງພະແນກສຶກສາທິການ ແລະ ກິລາ ໃຫ້ຄົບຖ້ວນ ຕາມຕໍາແໜ່ງ ທີ່ກະຊວງສຶກສາທິການ ແລະ ກິລາໄດ້ກໍານົດ.

 

 

ຈາກນັ້ນ, ກໍໄດ້ຮັບຟັງການຜ່ານ ຂໍ້ຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບຊີ້ນຳວຽກງານຂອງຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.

 

 

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ຜ່ານມາ ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງ, ເປັນປະທານໂດຍ ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ, ມີ ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ມີຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງພາຍໃນແຂວງ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງ ພ້ອມດ້ວຍ ພະນັກງານ ພາຍໃນພະແນກ ສຶກສາທິການ ແລະ ກິລາ ເຂົ້າຮ່ວມ.

 

 

 

 

ຂໍ້ມູນຈາກ: ສຶກສາທິການ ແລະ ກິລາແຂວງ ອຸດົມໄຊ