ແຜ່ນດິນໄຫວຮຸນແຮງ ປະເທດປານາມາ 6,1 ແມັກນິຈູດ ບ້ານເຮືອນເສຍຫາຍບາງສ່ວນ

91

ເກີດແຜ່ນດິນໄຫວຮຸນນແຮງ ວັດແທກໄດ້ 6,1 ແມັກນິຈູດ ໃນປະເທດປານາມາ ເມື່ອວັນອາທິດ ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບໄປ 5 ຄົນ ທຸລະກິດຮ້ານຄ້າ ແລະ ບ້ານເຮືອນເສຍຫາຍ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປານນມາ ຊິຕີ້ ປະເທດປານາມາ ເມື່ອວັນຈັນ ທີ 13  ພຶດສະພາ ວ່າ ສໍານັກງານສໍາຫຼວດທໍລະນີວິທະຍາສະຫະລັດ ແຈ້ງເຫດແຜ່ນດິນໄຫວຮຸນແຮງວັດແທກໄດ້ 6,1 ແມັກນິຈູດ ໃນປະເທດປານາມາ ເມື່ອບ່າຍວັນອາທິດ ທີ່ຜ່ານມາ ຈຸດສູນກາງແຜ່ນດິນໄຫວຢູ່ ໃນລະດັບຄວາມເລິກ 37 ກິໂລແມັດ ແລະ ຢູ່ທາງພາກຕາເວັນຕົກໄກຂອງປະເທດປານາມາ ຕິດກັບຊາຍແດນຂອງປະເທດຄອສຕາຣິກາ. ນອກຈາກນັ້ນ, ຍັງມີແຜ່ນດິນໄຫວຕາມມາອີກຄັ້ງ ວັດແທກໄດ້ 5,4 ແມັກນິຈູດ ໃນແຂວງໂຄລອນ ທາງພາກກາງຂອງປະເທດຕິດກັບທະເລແຄຣິບບຽນ ແຕ່ບໍ່ກ່ຽວຂ້ອງກັບແຜ່ນດິນໄຫວຄັ້ງທໍາອິດ.

ในภาพอาจจะมี 1 คน, กำลังยืน

ສໍານັກງານລະບົບປ້ອງກັນໄພຝ່າຍພົນລະເມືອງລາຍງານວ່າ ມີຜູ້ໄດ້ຮັບບາດເຈັບ 5 ຄົນ ຈາກແຜ່ນດິນໄຫວ ຄັ້ງທໍາອິດ 6,1 ແມັກນິຈູດ ເຊິ່ງຢູ່ຫ່າງ 22 ກິໂລແມັດ ຈາກເມືອງເປີໂຕ ອາຣ໌ມູລເລສ ບ້ານເຮືອນ 4 ຫຼັງໄດ້ຮັບຄວາມເສຍຫາຍ ໂດຍສອງຫຼັງເປ້ເພຖະຫຼົ່ມລົງມາ.
ດ້ານປະທານາທິບໍດີຮວນ ຄາຣ໌ລອສ ວາເຣລາ ແຫ່ງປານາມາກ່າວຜ່ານທະວິດເຕີວ່າ ໄດ້ຮັບລາຍງານຜູ້ບາດເຈັບໃນເມືອງເປີໂຕ ອາຣ໌ມູລເລສ ບ້ານເຮືອນ ແລະ ທຸລະກິດຮ້ານຄ້າໄດ້ຮັບຄວາມເສຍຫາຍໂຮງຮຽນຕ້ອງສັ່ງປິດການຮຽນການສອນ ໃນເຂດບາຣຸ ແລະ ບໍ່ມີປະກາດເຕືອນໄພເລື່ອງຄື່ນສຶນາມິຈາກສູນເຕືອນໄພສຶນາມິແຫ່ງປາຊິຟິກ.

ในภาพอาจจะมี มหาสมุทร, ท้องฟ้า, สะพาน, ชายหาด, สถานที่กลางแจ้ง, น้ำ และธรรมชาติ

ເມື່ອເດືອນພະຈິກ 2017 ເຄີຍເກີດແຜ່ນດິນໄຫວ 6,5 ແມັກນິຈູດ ໃນເຂດມະຫາສະມຸດປາຊິຟິກ ນອກຝັ່ງປະເທດຄອສຕາຣິກາ ເຮັດໃຫ້ອາຄານສັ່ນໄຫວໃນນະຄອນຫຼວງຊັນໂຮເຊ່ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຍ້ອນຫົວໃຈວາຍ ແຕ່ກ່ອນໜ້ານັ້ນຄືໃນເດືອນກັນຍາ 2017 ເກີດແຜ່ນດິນໄຫວ 7,1 ແມັກນິຈູດ ໃນປະເທດເມັກຊິໂກ ສົ່ງຜົນໃຫ້ມີຜູ້ເສຍຊີວິດກວ່າ 300 ຄົນ.