ເກີດແຜ່ນດິນໄຫວຮຸນແຮງ 6,3 ແມັກນິຈູດ ທາງພາກຕາເວັນຕົກສຽງໃຕ້ ເກາະຍີ່ປຸ່ນ

119

ເກີດແຜ່ນດິນໄຫວຮຸນແຮງ ວັດແທກໄດ້ 6,3 ແມກນິຈູດ ສ້າງຄວາມສັ່ນສະເທືອນໃຫ້ກັບພື້ນທີ່ບາງສ່ວນ ທາງພາກຕາເວັນຕົກສຽງໃຕ້ ຂອງຍີ່ປຸ່ນ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 10 ພຶດສະພາ ວ່າ ເກີດແຜ່ນດິນໄຫວຮຸນແຮງ ວັດແທກໄດ້ 6,3 ແມັກນິຈູດ ສ້າງແຮງສັ່ນສະເທືອນໃຫ້ກັບພື້ນທີ່ບາງສ່ວນ ທາງພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ແຕ່ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ ໂດຍສໍານັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ຖະແຫຼງການວ່າ ບໍ່ມີການປະກາດເຕືອນໄພເຖິງຄື້ນສຶນາມິຈາກຜົນກະທົບຂອງແຜ່ນດິນໄຫວຮຸນແຮງຄັ້ງນີ້ ເຖິງວ່າຈະມີການປ່ຽນແປງແດ່ໜ້ອຍໜຶ່ງຂອງລະດັບນໍ້າທະເລ.

ແຜ່ນດິນໄຫວຮຸນແຮງເມື່ອໄລຍະເຊົ້າວັນສຸກ ທີ່ຜ່ານມາ ເກີດຂຶ້ນນອກເມືອງມິຢາຊາກິ ເມືອງທີ່ມີປະຊາກອນອາໄສ 400.000 ຄົນ ແລະ ຍັງເປັນເມືອງເອກຂອງແຂວງມິຢາຊາກິອີກດ້ວຍ ໂດຍສູນກາງແຜ່ນດິນໄຫວ ຢູ່ເລິກລົງໄປໃຕ້ດິນ ພຽງ 23 ກິໂລແມັດ ເທົ່ານັ້ນ.