“ ທອງດີ Talk show ” ຈະຈັດຂຶ້ນທ້າຍເດືອນພຶດສະພານີ້

131

ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2019 ບໍລິສັດ ແຂ້ວແຫ້ງ ໂປຣດັກຊັນ ໄດ້ຈັດງານຖະແຫຼງຂ່າວເປີດງານສະແດງ      “ ທອງດີ Talk show ” ທີ່ຫໍປະຊຸມໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ. ສະເຫຼີມສັກ ພາບຸດດີ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ, ທ່ານ ທອງດີ ພົມມະວົງສາ ຜູ້ບັນຍາຍງານ Talk show ພ້ອມດ້ວຍນັກສະແດງ, ນັກຮ້ອງ, ສິລະປິນໃນວົງການບັນເທີງ ແລະ ບັນດາ ນ້ອງໆນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ທອງດີ ພົມມະວົງສາ ເປັນອາຈານສອນສິລະປະໃນການເວົ້າຕໍ່ໜ້າມວນຊົນ ແລະ ເປັນຜູ້ບັນຍາຍງານ Talk show ໃຫ້ສໍາພາດວ່າ: ງານນີ້ຈະເປັນງານຊວນຫົວຄັ້ງທໍາອິດ ໂດຍມີຈຸດປະສົງເພື່ອສ້າງຄວາມບັນເທີງສອດແຊກສາລະຂໍ້ຄິດໃນການດໍາລົງຊີວິດ ໂດຍເລື່ອງທີ່ນໍາມາເລົ່າແມ່ນນໍາມາຈາກເລື່ອງທີ່ເກີດຂຶ້ນກັບຕົນເອງໂດຍກົງ ແລະ ບາງເລື່ອງກໍເປັນເຫດການທີ່ເກີດຂຶ້ນໃນສັງຄົມ ເພື່ອເປັນຂໍ້ຄິດເຕືອນໃຈໃຫ້ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ ລວມທັງໃຫ້ເຫັນເຖິງວິທີຄິດ, ປະສົບການບົດຮຽນ, ການປ່ຽນຈຸດດ້ອຍໃຫ້ເປັນຈຸດເດັ່ນ, ຄວາມຮັກໃນໄວໜຸ່ມ, ຊີວິດຄູ່ຜົວເມຍ ແລະ ແບ່ງປັນໃຫ້ຮູ້ເຕັກນິກການເວົ້າຕໍ່ໜ້າມວນຊົນ.

ນອກຈາກນີ້, ກໍຢາກເຊີນຊວນພໍ່ແມ່ພີ່ນ້ອງປະຊາຊົນເຂົ້າຊົມການສະແດງ “ ທອງດີ Talk show ” ເຊິ່ງຈັດໂດຍທີມງາມ ບໍລິສັດ ແຂ້ວແຫ້ງ ໂປຣດັກຊັນ ມີຜົນງານອັນໂດດເດັ່ນໃນການສ້າງງານບັນເທີງອອກສູ່ສັງຄົມ ເຊັ່ນ: ຮູບເງົາ ຮັກອີຫຼີ 1, ຮັກອີຫຼີ 2, ຫົງຫາມເຕົ່າ ແລະ ຮ່ວມກັບສູນຝຶກທັກສະ ເຊິ່ງເປັນສູນຝຶກຄວາມຄິດ, ຄວາມຮູ້, ຄວາມສາມາດ ແລະ ທັກສະອ້ອມຕົວ. ງານສະແດງ “ ທອງດີ Talkshow ” ຈະຈັດຂຶ້ນໃນວັນທີ 26 ພຶດສະພາ 2019 ທີ່ສູນການຄ້າ ລາວ – ໄອເຕັກ ຊັ້ນ 2 ( ຕຶກເກົ່າ ) ເລີ່ມແຕ່ເວລາ 15:00 ໂມງ ເປັນຕົ້ນໄປ.

ທ່ານໃດສົນໃຈຢາກເພີດເພີນຊວນຫົວກໍສາມາດສອບຖາມຂໍ້ມູນເພີ່ມຕື່ມໃນການຮ່ວມງານ ແລະ ຈອງບັດງານໄດ້ທີ່ ບໍລິສັດ ແຂ້ວແຫ້ງ ໂປຣດັກຊັນ ຕັ້ງຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼື ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເຟສບຸ໊ກ: Thongdy EasySpeak ( ເປັດ ຍຸ້ມຍິ້ມ ).

( ຂ່າວ: ທິບອຸສາ, ຮູບ: ສອນໄຊ )