ສະພາສິງກະໂປ ຜ່ານຮ່າງກົດໝາຍ ຈັດການ ພວກຂ່າວປອມ ທາງອອນໄລນ໌

109

ສະພາແຫ່ງຊາດຂອງປະເທດສິງກະໂປ ມີມະຕິສຽງຂ້າງຫຼາຍ ຕາມຄວາມຄາດໝາຍ ຮັບຮອງຮ່າງກົດໝາຍເພິ່ມອໍານາດໃຫ້ແກ່ລັດຖະບານ ໃນການຈັດການກັບຂ່າວສານ ແລະ ຂໍ້ມູນ ທີ່ບໍ່ເປັນຈິງ ເທິງໂລກອອນໄລນ໌.

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນພະຫັດ ທີ 9 ພຶດສະພາ ວ່າ ສະຖານທີ່ນິຕິບັນຍັດແຫ່ງຊາດຂອງສິງກະໂປ ມີມະຕິຄະແນນສຽງຂ້າງຫຼາຍເຫຼືອລົ້ນ ໃນການປະຊຸມ ເມື່ອວັນພະຫັດ 72 ຕໍ່ 9 ສຽງ ແລະ ງົດອອກສຽງ 3 ສຽງ ຜ່ານຮ່າງກົດໝາຍເພື່ອແກ້ໄຂກົດໝາຍຄວາມໝັ້ນຄົງທາງໄຊເບີສະບັບປັດຈຸບັນ ໂດຍ ແນ່ນອນວ່າ ສຽງສະໜັບສະໜຸນທັງໝົດມາຈາກພັກກິດປະຊາຊົນ (PAP) ເຊິ່ງເປັນພັກລັດຖະບານຂອງນາຍົກລັດຖະມົນຕີລີ ຊຽນ ລຸງ ແລະ ສຽງຄັດຄ້ານມາຈາກພັກຄົນງານ (WP) ເຊິ່ງເປັນພັກຝ່າຍຄ້ານພຽງພັກດຽວໃນສະພາແຫ່ງນີ້.

ທັງນີ້ ສາລະສຳຄັນຂອງການຮ່າງກົດໝາຍ ລວມເຖິງການທີ່ລັດຖະບານມີອຳນາດເຕັມ ໃນການກຳນົດໃຫ້ເວັບໄຊ ຫຼື ເພຈ໌ຂ່າວອອນໄລນ໌ ເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ແກ້ໄຂຂໍ້ມູນຂ່າວສານທີ່ລັດຖະບານພິຈາລະນາແລ້ວພົບວ່າ ຜິດ ຫຼື ບໍ່ເໝາະສົມ ຕະຫຼອດຈົນການທີ່ຜູ້ປະກອບການເຄືອຂ່າຍສັງຄົມອອນໄລນ໌ ແລະ ບໍລິສັດເທັກໂນໂລຢີຕ້ອງເຮັດ “ແທັບຂໍ້ຄວາມເຕືອນ” ໄວ້ໃກ້ກັບຂໍ້ມູນຂ່າວສານທີ່ລັດຖະບານພິຈາລະນາແລ້ວພົບວ່າ “ບໍ່ເໝາະສົມ” ແລະ ປະຊາຊົນຜູ້ຮັບຂ່າວສານ “ຄວນເພີ່ມການໃຊ້ວິຈາລະນາຍານ” ໃນການພິຈາລະນາເນື້ອໃນຂ່າວ.

ນອກຈາກນີ້, ຖ້າລັດຖະບານພິຈາລະນາຂໍ້ມູນຂ່າວສານໃດແລ້ວຖືວ່າ “ເປັນເທັດ” ເວັບໄຊ ຫຼື ເພຈ໌ ທີ່ນໍາສະເໜີລາຍງານນັ້ນຕ້ອງລຶບຂໍ້ມູນດັ່ງກ່າວອອກຈາກລະບົບທັນທີ ທັງນີ້ ບົດລົງໂທດຈໍາຄຸກ ສູງສຸດ 10 ປີ ຫຼື ປັບເປັນເງິນສູງສຸດ 1 ລ້ານໂດລາ ສິງກະໂປ (ປະມານ 6,3 ຕື້ກີບ) ໂດຍບົດລົງໂທດຈະຄວບຄຸມການກະທຳຜິດທີ່ເປັນການເປີດໃຊ້ບັນຊີ ທີ່ເອີ້ນວ່າ “ບອດ (BOT)” ເພື່ອເຈດຕະນາເຜີຍແຜ່ຂໍ້ມູນຂ່າວສານອັນເປັນເທັດດ້ວຍ.

ເຖິງວ່າ ເຟັສບຸ໊ກ ເຊິ່ງເປັນເຄືອຂ່າຍສັງຄົມອອນໄລນ໌ ລາຍໃຫຍ່ທີ່ສຸດຂອງໂລກ ຍັງບໍ່ສະແດງທ່າທີຕໍ່ກົດໝາຍດັ່ງກ່າວຂອງສິງກະໂປ ແຕ່ຕົວແທນຂອງບໍລິສັດກູເກິ້ລໃນສິງກະໂປສະແດງຄວາມຄິດເຫັນວ່າ ກົດໝາຍນີ້ອາດສົ່ງຜົນກະທົບຕໍ່ນະໂຍບາຍດ້ານການພັດທະນານະວັດຕະກໍາຂອງປະເທດ ໃນໄລຍະຍາວ ສ່ວນ ທ່ານຮິວແມນ ໄຣຕ໌ ວັອດຊ໌ ວິຈານວ່າ ຈະຍິ່ງເປັນການຄວບຄຸມສິດເສລີພາບ ໃນການສະແດງຄວາມຄິດເຫັນຂອງຊາວສິງກະໂປ “ໃຫ້ຍິ່ງໜ້ອຍລົງໄປອີກ” ແລະ ລັດຖະບານອາດຈະອາໄສກົດໝາຍນີ້ ໃນການຈັດການກັບກຸ່ມຜູ້ເຫັນຕ່າງທາງການເມືອງ.