ສັດ ແລະ ພືດ ນັບລ້ານສາຍພັນສ່ຽງຈະສູນພັນ ຍ້ອນມະນຸດ

173

ສັດ ແລະ ພືດ ບໍ່ຕໍ່າກວ່າ ລ້ານສາຍພັນ ລວມເຖິງມະນຸດເອງ ກໍາລັງຜະເຊີນກັບພາວະຄວາມສ່ຽງທີ່ຈະສູນພັນ ເນື່ອງມາຈາກຄວາມປ່ຽນແປງຂອງລະບົບນິເວດ ແລະ ຄວາມຫຼາກຫຼາຍທາງຊີວະພາບ ເຊິ່ງເກີດຂຶ້ນເພາະຝີມືມະນຸດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນອັງຄານ ທີ 7 ພຶດສະພາ ວ່າ ການປະຊຸມລະຫວ່າງປະເທດ ລະຫວ່າງລັດຖະບານວ່າດ້ວຍນະໂຍບາຍດ້ານວິທະຍາສາດຄວາມຫຼາກຫຼາຍທາງຊີວະພາບ ແລະ ນິເວດບໍລິການ (The Intergovernmental Service-Policy Platform on Biodiversity and Ecosystem Services: IPBS) ຫຼື “ໄອພີບີເອັສ” ເຊິ່ງນັກວິໄຈຫຼາຍກວ່າ 450 ຄົນ ຮວມຕົວກັນທີ່ນະຄອນຫຼວງປາຣີສ ເມື່ອວັນຈັນ ເພື່ອຮ່ວມກັນວິເຄາະລາຍງານທີ່ກ່ຽວຂ້ອງ ຫຼາຍກວ່າ 15.000 ຢ່າງ ທີ່ຜ່ານການຮັບຮອງຂັ້ນຕອນແລ້ວ ໂດຍລັດຖະບານຂອງ 109 ປະເທດ ພົບວ່າ ພຶດຕິກຳຂອງມະນຸດໃນຕອນນີ້ ຄືປັດໄຈທີ່ອັນຕະລາຍທີ່ສຸດ ເຊິ່ງກຳລັງຄຸກຄາມທຳມະຊາດຫຼາຍກວ່າຄັ້ງໃດ ໃນປະຫວັດສາດ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ທັງນີ້ “ການຄຸກຄາມ” ຂອງມະນຸດໄດ້ທຳລາຍຄວາມອຸດົມສົມບູນຂອງລະບົບນິເວດເທິງໂລກ ທັງແຫຼ່ງນໍ້າ, ແຜ່ນດິນ, ອາກາດ, ປ່າໄມ້ ແລະ ສິ່ງມີຊີວິດ ໂດຍຜົນການປະເມີນເບື້ອງຕົ້ນ ຄາດການວ່າ ຖ້າຍັງປ່ອຍປະລະເລີຍໃຫ້ສະຖານະການເປັນເຊັ່ນນີ້ຕໍ່ໄປ ສາຍພັນສັດທີ່ລວມເຖິງແມງໄມ້ຂະໜາດນ້ອຍ ແລະ ພັນພືດຫຼາຍກວ່າ 1 ລ້ານສາຍພັນ ຈາກທັງໝົດປະມານ 8 ລ້ານສາຍພັນ ທີ່ຍັງມີຢູ່ເທິງໂລກຈະທະຍອຍສູນພັນ “ພາຍໃນອີກບໍ່ເທົ່າໃດທົດສະວັດຈາກນີ້” ໂດຍສະເພາະພາກການກະເສດ, ອຸດສາຫະກໍາ ແລະ ການປະມົງ ເຊິ່ງເປັນສ່ວນສໍາຄັນ ໃນການຂັບເຄື່ອນເສດຖະກິດ ໃນຍຸກປັດຈຸບັນ ແຕ່ໃນອີກດ້ານໜຶ່ງເທັກໂນໂລຢີທີ່ຊຸກດັນການພັດທະນາອຸດສາຫະກໍາເຫຼົ່ານີ້ ສົ່ງຜົນໃຫ້ອັດຕາການສູນພັນຂອງສັດ ແລະ ພືດພັນເພິ່ມຂຶ້ນ ລະຫວ່າງ 10 ເຖິງ 100 ເທົ່າ ຫຼາຍກວ່າຄ່າສະເລ່ຍ ໃນຮອບ 10 ລ້ານ ປີ ທີ່ຜ່ານມາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, เมฆ, รองเท้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, ต้นไม้ และสถานที่กลางแจ้ง

ຂະນະທີ່ ສະພາບອາກາດໄດ້ຮັບຜົນກະທົບຢ່າງໜັກຈາກການໃຊ້ຖ່ານຫິນ, ນໍ້າມັນ ແລະ ກ໊າຊ ທີ່ຜະລິດຈາກເຊື້ອໄຟຟອສຊິລ ອີກປະການໜຶ່ງ ລາຍງານໃນທີ່ປະຊຸມ ໄດ້ລະບຸດ້ວຍວ່າ ສາຍພັນສັດທີ່ຈະສູນພັນ ລວມເຖິງມະນຸດທີ່ເປັນຕົ້ນເຫດສຳຄັນຂອງຄວາມແປປວນທາງທຳມະຊາດທັງໝົດນີ້ດ້ວຍ ແຕ່ລາຍງານດັ່ງກ່າວ ເຊິ່ງອ້າງອິງຂໍ້ມູນຈາກສະຫະພາບລະຫວ່າງປະເທດເພື່ອການອະນຸລັກທໍາມະຊາດ (IUCN: The International Union for Conservation of Nature) ເປັນຫຼັກ ຍັງລະບຸອີກວ່າ ສະຖານະການຍັງບໍ່ຊ້າເກິນໄປ ຕາບໃດຄົນທີ່ເປັນສາຍພັນທີ່ມີສັກກະຍະພາບຫຼາຍທີ່ສຸດ ຈະເພິ່ມຄວາມພະຍາຍາມຢ່າງຈິງຈັງໃນການປົກປ້ອງອະນາຄົດທັງຂອງສາຍພັນຕົນເອງ ແລະ ເພື່ອນຮ່ວມໂລກທັງໝົດ.