ຣັດເຊຍ ຫຼຸດການຜະລິດນໍ້າມັນຍູ້ລາຄາຍັບຂຶ້ນ

88

ສັນຍານໍ້າມັນດິບເວດເທັກຊັດ ປິດຕະຫຼາດເມື່ອວັນສຸກທີ່ຜ່ານມາປັບຂຶ້ນຫຼັງ ຣັດເຊຍ ໄດ້ຫຼຸດການຜະລິດນໍ້າມັນລົງຕາມທີ່ໄດ້ຕົກລົງໄວ້ກັບກຸ່ມໂອເປັກ ແລະ ປະເທດນອກກຸ່ມ.

ສັນຍານໍ້າມັນດິບເວດເທັກຊັດ ສົ່ງມອບເດືອນມິຖຸນາເພີ່ມຂຶ້ນ 13 ເຊັນ ປິດຕະຫຼາດທີ່ 61,94 ໂດລາຕໍ່ບາເຣວ, ສ່ວນນໍ້າມັນດິບເບຣນສົ່ງມອບເດືອນກໍລະກົດເພີ່ມຂຶ້ນ 10 ເຊັນ ປິດຕະຫຼາດທີ່ 70,85 ໂດລາຕໍ່ບາເຣວ.

ຕະຫຼາດນໍ້າມັນປັບຕົວຂຶ້ນເພາະໄດ້ແຮງໜູນຈາກການທີ່ກະຊວງແຮງງານອາເມຣິກາ ລາຍງານວ່າ: ຕົວເລກການຈ້າງວຽກນອກພາກກະສິກໍາເພີ່ມຂຶ້ນ 263.000 ຕໍາແໜ່ງ ໃນເດືອນເມສາ ໂດຍສູງກວ່ານັກວິເຄາະຄາດຄະເນທີ່ລະດັບ 185.000 ຕໍາແໜ່ງ ແລະ ສູງກວ່າລະດັບ 198.000 ຕໍາແໜ່ງ ໃນເດືອນມີນາ.

ທັງນີ້, ໂອເປັກ ແລະ ປະເທດນອກກຸ່ມ ໂອເປັກ ໄດ້ຕົກລົງກັນເພື່ອຫຼຸດການຜະລິດນໍ້າມັນດິບລົງ 1,2 ລ້ານບາເຣວຕໍ່ວັນ ໂດຍເລີ່ມຕັ້ງແຕ່ເດືອນມັງກອນ ປີ 2019 ເປັນເວລາ 6 ເດືອນ.

ທ່ານ ອະເລັກຊານເດີ ໂນວັກ ລັດຖະມົນຕີກະຊວງພະລັງງານຂອງຣັດເຊຍ ກ່າວວ່າ: ເດືອນເມສາ ຣັດເຊຍ ໄດ້ຫຼຸດການຜະລິດນໍ້າມັນລົງ 229.000 ບາເຣວຕໍ່ວັນ.