ເກີດເຫດເສົ້າ! ສາຍການບິນAeroflot ຂອງລັດເຊຍ ກະແທກພື້ນຢ່າງແຮງຂະນະລົດຈອດສຸກເສີນ ແປວໄຟລຸກໄໝ້

127

ຕາມຂ່າວຈາກເອພີໃຫ້ຮູ້ວ່າ: ໃນວັນອາທິດທີ5 ພຶດສະພາ ຕາມເວລາຂອງປະເທດລັດເຊຍ ຍົນໂດຍສານຊູຄອຍ Sukhoi SSJ100 ຂອງສາຍການບິນ Aeroflot ໄດ້ປະສົບອຸບັດຕິເຫດ ໃນຂະນະທີ່ກຳລັງລົງຈອດສຸກເສີນທີ່ສະໜາມບິນ Sheremetyevo ໃນນະຄອນຫຼວງມົດສະກູ.


ຖ້ຽວບິນSU 1492 ບິນອອກຈາກສະໜາມບິນໃນນະຄອນຫຼວງມົດສະກູ ເພື່ອເດີນທາງໄປແຄວ້ນມູມັສ ທາງພາກເໜືອຂອງປະເທດ ແຕ່ເຄື່ອງບິນຄັດຂ້ອງ ກັບຕັນຈິ່ງນຳຍົນບິນກັບມາລົງຈອດສຸກເສີນ ເຊິ່ງໃນເວລາລົງຈອດສຸກເສີນຍົນໂດຍສານລຳດັ່ງກ່າວໄດ້ເກີດໄຟໄໝ້ແລ້ວກະແທກທາງແລນຢ່າງແຮງຈົນເຮັດໄຟລຸກໄໝ້ຢ່າງຮຸນແຮງ.


ເຈົ້າໜ້າທີ່ລາຍງານວ່າຍົນລຳດັບກ່າວມີຜູ້ໂດຍສານ ແລະ ຈຸບິນທັງໝົດ78ຄົນ ເຊິ່ງມີຜູ້ເສຍຊີວິດຫຼາຍເຖິງ41ຄົນ.