ບວງສວງ ເປີດການຖ່າຍທຳຮູບເງົາ ຮັກມະຍ່ອມມະແຍ່ມ ຂອງເຈ້ຍ ປາຊີຟິກ

137

ທ່າມກາງບັນຍາກາດທີ່ດີໆ ກັບມື້ຂຶ້ນ 1 ຄໍ່າ ເດືອນ 6 ລາວ ໃນການບວງສວງຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ມື້ເຊົ້ານີ້ ວັນທີ 04 ພຶດສະພາ 2019 ຢູ່ທີ່ ບໍລິສັດ ແຂ້ວແຫ້ງ ໂປຣດັກຊັນ ມີບັນດານັກສະແດງ, ດາລາ ໝູ່ເພື່ອນທາງວົງການບັນເທີງເຂົ້າຮ່ວມກັນຢ່າງຟົດຟື້ນ.

ຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ສ້າງໂດຍ ເຈ້ຍປາຊີຟິກ ຫຼື ພູມຊະນະ ສິຣິວົງສາ ນັກຮ້ອງ ນັກສະແດງຕາຫຼົກ ແລະ ຜູ້ກຳກັບຮູບເງົາອາລົມດີ ທີ່ມີຜົນງານການກໍາກັບຫຼາຍເລື່ອງມາແລ້ວ ເຊັ່ນ: ຮັກອີ່ຫຼີ, ຮັກອີ່ຫຼີ 2, ຫົງຫາມເຕົ່າ ທີ່ສ້າງລາຍຮັບໄດ້ເປັນຈຳນວນຫຼາຍ ຈົນເຮັດໃຫ້ເຈ້ຍໄດ້ສາຍາວ່າ ຜູ້ກຳກັບພັນລ້ານຈາກຮູບເງົາເລື່ອງ ຫົງຫາມເຕົ່າ.

ຮູບເງົາເລື່ອງນີ້ ໄດ້ດາລານັກສະແດງຊື່ດັງຈຳນວນຫຼາຍທັງລາວ ແລະ ໄທ ມາຮ່ວມສະແດງຄື ນັກສະແດງ ຈາກຝັ່ງລາວປະກອບມີ: ນຸ້ຍ ສຸພາພອນ Miss Universe Laos 2017, ເຈ້ຍ ປາຊີຟິກ, ນຸນີ່ ຊຸມພົນພັກດີ, ແອັບເປິ້ນ ສີສະຫງຽນ, ຕ່າຍ ອາກາດ, ແມັກ ພູວະເນດ, ຕຸ່ນ ແສງໝອນ.

ສ່ວນດາລາຈາກຝັ່ງໄທ ນຳໂດຍ ໝໍ່າ ຈົກໝົກ, ເອັກ ປັດທະມະ, ສາຍສິນ ວົງຄຳເຫຼົາ, ແວວ ຜະກາພອນ ແລະ ຝ້າຍ ເມຄະ. ຮູບເງົາເລື່ອງນີ້ຍັງຄົງຄອນເຊັບຮູບເງົາອາລົມດີສ້າງສຽງຫົວຕາມສະຕາຍຂອງ ເຈ້ຍ ປາຊີຟິກ ແຫ່ງແຂ້ວແຫ້ງໂປຣດັກຊັນ ຮູ້ແບບນີ້ ແຟນໆຫຼາຍໆຄົນຄົງຢາກຊົມກັນແລ້ວ ແຕ່ກໍຕ້ອງຖ້າຕິດຕາມໄປນໍາກັນເດີ້ວ່າ ຮູບເງົາເລື່ອງນີ້ສາຍມື້ໃດ.

ຈາກ: Phoumsana Sirivongsa