ແຂວງອຸດົມໄຊ! ປະກາດແຕ່ງຕັ້ງປະທານຄະນະກໍາມະການ ປກຊ-ປກສ ຄົນໃໝ່

142

ໃນວັນທີ 3 ພຶດສະພາ 2019, ທີ່ຫ້ອງວ່າການປົກຄອງແຂວງອຸດົມໄຊ, ໄດ້ມີພິທີປະກາດແຕ່ງຕັ້ງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງອຸດົມໄຊ, ພາຍໃຕ້ການເປັນປະທານຂອງສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມພິທີດັ່ງກ່າວ, ມີສະຫາຍ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ, ກຳມະການປະຈຳພັກແຂວງ, ເລຂາພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ພ້ອມດ້ວຍບັນດາສະຫາຍໃນຄະນະກຳມະການພັກແຂວງ-ກຳມະການພັກເມືອງ, ແລະ ບັນດາສະຫາຍໃນຄະນະພັກ-ຄະນະບັນຊາສອງກອງບັນຊາການທະຫານ-ຕຳຫຼວດ.

 

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

 

ໃນພິທີ, ພົນຈັດຕະວາ ບຸນເດືອງ ພັນສົດໃສ, ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະເລຂາທິການສູນພັກ ວ່າດ້ວຍການແຕ່ງຕັ້ງປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ, ໂດຍໄດ້ແຕ່ງຕັ້ງເອົາສະຫາຍ ປອ ຄຳພັນ ເຜີຍຍະວົງ, ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ເປັນປະທານຄະນະກຳມະການ ປກຊ-ປກສ ແຂວງອຸດົມໄຊ.

ในภาพอาจจะมี 9 คน, สถานที่ในร่ม

 

ໃນໂອກາດນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມພິທີ, ໂດຍສະຫາຍໄດ້ເນັ້ນໜັກໃຫ້ປະທານຄະນະກຳມະການ ປກຊ-ປກສ ຈົ່ງຍົກສູງນ້ຳໃຈຄວາມຮັບຜິດຊອບ ເພື່ອພ້ອມກັນເຮັດສຳເລັດຫນ້າທີ່ການເມືອງຂອງຕົນ, ທັງສືບຕໍ່ເອົາໃຈໃສ່ກໍ່ສ້າງປັບປຸງກຳລັງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂດຍສະເພາະ ກໍ່ແມ່ນກຳລັງ ປກຊ-ປກສ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ ເພື່ອແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ ແລະ ເຮັດໃຫ້ສະພາບການພາຍໃນແຂວງອຸດົມໄຊມີຄວາມສະຫງົບປອດໄພ.

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

 

ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ທັງສອງກຳລັງ ປກຊ ແລະ ປກສ ສາມາດເຮັດສຳເລັດໜ້າທີ່ຂອງຕົນ, ປະຕິບັດລະບອບສ່ອງແສງລາຍງານໃຫ້ເຂັ້ມງວດ, ທັງເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານ, ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນລະບົບລວມສູນປະຊາທິປະໄຕ ຕັດສິນເປັນໝູ່ຄະນະ ແລະ ປັບປຸງແບບແຜນດຳລົງຊີວິດໃຫ້ປອດໃສຂາວສະອາດ.

 

ຂໍ້ມູນ: Lao National Radio