ການບໍລິຫານຮ່າງກາຍຈະຊ່ວຍຢຸດເສັ້ນເລືອດຂອດໃນໄລຍະຖືພາ

46

ຂາແມ່ນເປັນອະໄວຍະວະທີ່ຕ້ອງແບກຮັບນ້ຳໜັກທຸກສ່ວນຂອງຮ່າງກາຍ ເມື່ອຖືພານ້ຳໜັກຕົວທັງໝົດກໍຈະເພີ່ມຂຶ້ນ ຈຶ່ງເຮັດໃຫ້ຂາຕ້ອງເຮັດວຽກໜັກຂຶ້ນ ເພາະຕ້ອງຮັບນ້ຳໜັກຫຼາຍຂຶ້ນຈົນເຮັດໃຫ້ເກີດອາການບວມ ລວມທັງການເປັນເສັ້ນເລືອດຂອດຢູ່ຂານຳອີກ.

ໃນໄລຍະຖືພາຮ່າງກາຍຂອງແມ່ຈະມີການປ່ຽນແປງຂອງຮໍໂມນໃນຮ່າງກາຍເຮັດໃຫ້ເສັ້ນເລືອດຍານ ແລະ ເລືອດດຳໄຫຼວຽນບໍ່ສະດວກ ເພາະຖືກນ້ຳໜັກຕົວກົດໄວ້ເຮັດໃຫ້ເກີດການໂພງຂອງເສັ້ນເລືອດ ຈຶ່ງກາຍເປັນເສັ້ນເລືອດຂອດທີ່ບໍລິເວນໜ້າເອິກ, ໜ້າທ້ອງ, ສົ້ນນ່ອງ ແລະ ຕີນ ໂດຍສະເພາະແມ່ນຂາແຕ່ບໍ່ຕ້ອງກັງວົນເພາະເຮົາມີວິທີຊ່ວຍຢຸດເສັ້ນເລືອດຂອດມາແນະນຳໃຫ້ແມ່ໆໄດ້ຮູ້ຈັກ.

1 ໃຫ້ນອນລົງພື້ນແລ້ວເອົາໝອນໝູນທ້ອງໃຫ້ສູງກວ່າລະດັບຕົວເພື່ອໃຫ້ເລືອດໄຫຼວຽນດີຂຶ້ນ ແລະ ຊ່ວຍປ້ອງກັນການເປັນເສັ້ນເລືອດຂອດໄດ້ ແຕ່ຖ້າເປັນແລ້ວກໍບໍ່ຕ້ອງກັງວົນວ່າຈະບໍ່ເຊົາເພາະວ່າຫຼັງເກີດລູກ ຫຼື ເປັນບໍ່ຫຼາຍກໍຈະເຊົາໄປເອງ.

2 ການປ້ອງກັນເສັ້ນເລືອດຂອດທີ່ດີທີ່ສຸດ ກໍຄື: ການອອກກຳລັງກາຍຈະຊ່ວຍປ້ອງກັນ ຫຼື ຫຼຸດອາການເປັນເສັ້ນເລືອດຂອດໄດ້, ຊ່ວຍໃຫ້ກ້າມຊີ້ນແຂງແຮງ ແລະ ຫຼຸດຄວາມດັນໃນເສັ້ນເລືອດດຳບໍ່ໃຫ້ກ້າມຊີ້ນຫົດຕົວ ແຕ່ການບໍລິຫານຮ່າງກາຍແມ່ນຕ້ອງເລືອກທ່າທາງທີ່ເໝາະສົມໃນລະຫວ່າງຖືພາ ເພື່ອຄວາມປອດໄພຂອງແມ່ ແລະ ເດັກ.

ທ່າບໍລິຫານເພື່ອຫຼຸດອາການເສັ້ນເລືອດຂອດມີດັ່ງນີ້:

ເລີ່ມຈາກໃຫ້ນັ່ງຕັ່ງຢຽດຂາອອກໄປດ້ານໜ້າແລ້ວເໜັງປາຍຕີນຂຶ້ນລົງ. ຈາກນັ້ນ, ໝຸນຂໍ້ຕີນໄປ – ມາເປັນຮູບວົງມົນປະມານ 10 – 20 ເທື່ອ ຈະຊ່ວຍໃຫ້ການໄຫຼວຽນຂອງເລືອດດີຂຶ້ນ.

ທ່າຕໍ່ມາໃຫ້ຢືນຢັ່ງຢີ້ສະຫຼັບກັບສົ້ນຕີນໄປ – ມາ ຫຼື ຈະແລ່ນເບົາໆຢູ່ກັບທີ່ກໍຈະເຮັດໃຫ້ກ້າມຊີ້ນແຂງແຮງເລືອດໄຫຼສະດວກໄດ້ເຊັ່ນກັນ.

ຫຼິ້ນກີລາທາງນ້ຳ ເຊັ່ນ: ການລອຍນ້ຳ ຫຼື ເຕັ້ນແອໂຣບິກໃນນ້ຳກໍຈະຊ່ວຍຮັບນ້ຳໜັກຂອງທ້ອງ ແລະ ນ້ຳໜັກຕົວເອົາໄວ້ໄດ້ຢ່າງປອດໄພ, ເຮັດໃຫ້ສະດວກໃນການອອກກຳລັງກາຍ ແລະ ຍັງໄດ້ອອກກຳລັງກາຍທຸກໆສ່ວນຂອງຮ່າງກາຍອີກ.

( ຂໍ້ມູນຈາກ: Mom.com )

( ຮຽບຮຽງ: ນຸ້ມນິ້ມ )