ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າທີ່ຕຳຫຼວດບຣາຊິນໄດ້ບຸກທຳລາຍກຸ່ມແກ໋ງຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນນະຄອນຣີໂອເດີຈາເນໂຣ ເມື່ອວັນພະຫັດຜ່ານມາ ໂດຍເຈົ້າໜ້າທີ່ໄດ້ຍິງປະທະເດືອດກັບກຸ່ມຄ້າຂາຍຢາເສບຕິດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 25 ຄົນ, ໃນນັ້ນມີເຈົ້າໜ້າທີ່ຕຳຫຼວດ 1 ຄົນ.
ລາຍງານລະບຸວ່າ: ເຈົ້າໜ້າທີ່ຕຳຫຼວດບຣາຊິນໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ກຸ່ມຄ້າຢາເສບຕິດກຸ່ມນີ້ ໄດ້ພະຍາຍາມໃຊ້ກົນອຸບາຍເພື່ອຊວນເດັກນ້ອຍໃນຊຸມຊົນດັ່ງກ່າວໃຫ້ເຂົ້າຮ່ວມຂະບວນການຄ້າຢາເສບຕິດ, ເຈົ້າໜ້າທີ່ຈຶ່ງນຳກຳລັງເພື່ອເຂົ້າກວາດລ້າງກຸ່ມດັ່ງກ່າວ.
ຜູ້ບັນຊາການຕຳຫຼວດບຣາຊິນກ່າວວ່າ: ເຫດກວາດລ້າງກຸ່ມຄ້າຢາດັ່ງກ່າວ ເປັນເຫດການທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ພາຍໃຕ້ປະຕິບັດການຂອງຕຳຫຼວດ ໂດຍເຈົ້າໜ້າທີ່ສາມາດຢຶດອາວຸດ ປະເພດປືນ ແລະ ລະເບີດໄດ້ເປັນຈຳນວນຫຼວງຫຼາຍ.
ຊຸມຊົນແຫ່ງນີ້ ມີປະຊາຊົນອາໄສຢູ່ປະມານ 40.000 ຄົນ ໂດຍຖືກຄວບຄຸມຂອງກຸ່ມ Comando Vermelho ເຊິ່ງເປັນແກ໋ງອາຊະຍະກຳລາຍໃຫຍ່ຂອງບຣາຊິນ ເຊິ່ງຕຳຫຼວດຄາດວ່າ ຊຸມຊົນແຫ່ງນີ້ ເປັນຖານປະຕິບັດການຂອງກຸ່ມແກ໋ງດັ່ງກ່າວ.