ນັບວ່າເປັນຂ່າວດີທີ່ສ້າງຄວາມດີໃຈໃຫ້ກັບປະຊາຊົນຈໍານວນບໍ່ໜ້ອຍ ຫຼັງລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງຈະມີນະໂຍບາຍຫຼຸດລາຄາຊົມໃຊ້ນໍ້າປະປາ 5% ໃຫ້ແກ່ລູກຄ້າປະເພດ I (ຄົວເຮືອນ) ໃນໄລຍະ 3ເດືອນ ແຕ່ພຶດສະພາ ຫາ ກໍລະກົດ 2020.
ອີງຕາມຂໍ້ຕົກລົງຂອງຜູ້ອໍານວຍການ ລັດວິສາຫະກິດນໍ້າປະປານະຄອນຫຼວງ ວ່າດ້ວຍການຫຼຸດລາຄາໃນການຊົມໃຊ້ນໍ້າປະປາ 5% ໃຫ້ສະເພາະລູກຄ້າປະເພດ I (ປະເພດຄົວເຮືອນ) ໃນໄລຍະເດືອນພຶດສະພາ ຫາ ກໍລະກົດ 2020 ສະບັບເລກທີ 0616/ນປນຄ ໃຫ້ຮູ້ວ່າ: ຜູ້ອໍານວຍການ ລັດວິສາຫະກິດນໍ້າປະປານະຄອນຫຼວງ ຕົກລົງ
ມາດຕາ 1 ເຫັນດີ ຫຼຸດລາຄາໃນການຊົມໃຊ້ນໍ້າປະປາ 5% ໃຫ້ສະເພາະລູກຄ້າປະເພດ I (ປະເພດຄົວເຮືອນ) ໃນໄລຍະເວລາ 3ເດືອນ ນັບແຕ່ ເດືອນ ພຶດສະພາ ຫາ ກໍລະກົດ 2020
ມາດຕາ 2 ສະເພາະລູກຄ້າປະເພດ II ແລະ III ແມ່ນໃຫ້ຄິດໄລ່ລາຄາໃນຮູບແບບປົກກະຕິ
ມາດຕາ 3 ມອບໃຫ້ບັນດາສາຂານໍ້າປະປາ ແລະ ພະແນກການທີ່ກ່ຽວຂ້ອງແຈ້ງຕອບລູກຄ້າເພື່ອໃຫ້ເຂົ້າໃຈຕາມເນື້ອໃນການຈັດຕັ້ງປະຕິບັດນະໂຍບາຍລວມ ຂອງລັດວິສາຫະກິດນໍ້າປະປານະຄອນຫຼວງ
ມາດຕາ 4 ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ
ມາດຕາ 5 ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.