ຄົນລາວຊ່ວຍເຫຼືອກັນ, ຫຼາຍໆຄົນ ຫຼາຍບໍລິສັດ ເຫັນໄດ້ເຖິງຄວາມສຳຄັນ ແລະ ວິກິດ. ດັ່ງບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກຟຣີ! ເຂົ້າສານ,ໄຂ່,ໝີ່ ແລະ ອື່ນໆ…
ປະຊາຊົນທ່ານໃດກາຍໄປກາຍມາເຊີນມາຮັບເອົານໍ້າຈິດນໍ້າໃຈທີ່ຄອບຄົວບໍລິສັດສີສົມບັດພວກເຮົາມອບໃຫ້. ຖ້າຫາກທ່ານໃດຕັ້ງໃຈຈະມາພວກເຮົາຂໍແນະນຳໃຫ້ຄອບຄົວໜຶ່ງມາຄົນໜຶ່ງ ເພື່ອບໍ່ໃຫ້ມີການແອອັດ ເພື່ອປົກປ້ອງສຸຂະພາບຂອງບັນດາທ່ານເອງ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວເຮົາ.
ເລີ່ມແຈກ ວັນທີ 15 ເມສາ 2020 ເວລາ 9 ໂມງເຊົ້າ ເປັນຕົ້ນໄປ ທີ່ ບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.
ຢ່າງໃດກໍຕາມ, ຜູ້ແຈກເຄື່ອງຕ້ອງຈັດການບໍລິຫານແຈກເຄື່ອງໃຫ້ດີ ເພື່ອບໍ່ໃຫ້ເກີດຄວາມແອອັດ ແລະ ເປັນການຊຸມນຸມຄົນຈຳນວນຫຼາຍ ເຊິ່ງຈະເປັນຈຸດສ່ຽງຂອງການແຜ່ເຊື້ອພະຍາດ ທັງນີ້ກໍເພື່ອເປັນການປະຕິບັດຄຳສັງເລກທີ06/ນຍ ວາງອອກຢ່າງເຂັ້ມງວດ. ສ່ວນຜູ້ໄປຮັບເຄື່ອງກໍຄວນປະຕິບັດມາດຕະການຂອງພາກລັດວາງອອກຢ່າງເຂັ້ມງວດ ໃນການເວັ້ນໄລຍະຫ່າງ ແລະ ສ້າງຄວາມເປັນລະບຽບຮຽບຮ້ອງ.