ເພື່ອເປັນການປະກອບສ່ວນຊ່ວຍເຫລືອໃນການຕ້ານພະຍາດໂຄວິດ-19 ໃຫ້ແກ່ໂຮງໝໍກໍຄືນັກຮົບຊຸດຂາວທີ່ປະຕິບັດໜ້າທີ່ໃນປັດຈຸບັນນີ້, ພ້ອມທັງເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 65 ປີ ແລະ ເປັນການເພີ່ມທະວີຄວາມສາມັກຄີ, ສຶກສາອົບຮົມ, ປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂນບາຍຂອງພັກ-ລັດຖະບານ, ການມີສະຕິຊາດ, ມີສະຕິຕໍ່ກົດໝາຍ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງ ແລະມີສະຕິຕໍ່ສັງຄົມ , ກຳແໜ້ນ ແລະເປັນແບບຢ່າງຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ ແລະ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 59 ປີ.
ໃນຕອນບ່າຍຂອງວັນທີ 6 ເມສາ 2020 ການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະສະເພາະກິດ ສຊປລ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການປະຕິຕາມຄຳສັ່ງສະບັບເລກທີ 06/ນຍ ແລະ ປະກອບສ່ວນມອບເຄື່ອງຊ່ວຍເຫລືອໃຫ້ແກ່ໂຮງໝໍກໍຄືນັກຮົບຊຸດຂາວທີ່ປະຕິບັດໜ້າທີ່ໃນປັດຈຸບັນນີ້, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີຜ້າປິດປາກ, ນໍ້າຢາລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງສີດຢາຂ້າເຊື້ອ, ເຄື່ອງຈຳນວນດັ່ງກ່າວໄດ້ມອບໃຫ້ແກ່ໂຮງໝໍ 103, ໂຮງໝໍມິດຕະພາບ, ໂຮງໝໍປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ( ສົມສະຫງ່າ ) ລວມມູນຄ່າທັງໝົດ 42.350.000 ກີບ.
ພ້ອມດຽວກັນນັ້ນ, ໃນວັນທີ 7 ເມສາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸ້ມ ແລະ ແກ້ໄຂພະຍາດໂຄວິດ-19 ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບເງິນຈຳນວນ 20.000.000 ກີບ ຈາກສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ເພື່ອຈະນຳເອົາໄປຊື້ອຸປະກອນການແພດ. ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ປອ ຄຳແສນ ສີສະວົງ ປະທານນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ ເປັນກຽດຮັບເງິນຈຳນວນດັ່ງກ່າວຂອງທ່ານ ອາລຸນໄຊ ສູນນະລາດ.