ໃນປັດຈຸບັນໄດ້ມີຜູ້ປະກອບການ ໄດ້ຫັນມາສ້າງຜະລິດຕະພັນຂອງຕົວເອງຂຶ້ນມາ ເປັນຈຳນວນຫຼາຍຕາມທ່າແຮງແຕ່ລະທ້ອງຖິ່ນ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ໂດຍສະເພາະຮູບຮ່າງໜ້າຕາ, ການຫຸ້ມຫໍ່ ຫຼື ມາດຕະຖານບໍ່ໄດ້ເປັນຮອງໃຜ, ແຕ່ສິນຄ້າເຫຼົ່ານີ້ຍັງບໍ່ສາມາດເຂົ້າເຖິງຕະຫຼາດ ແລະ ບໍ່ໄດ້ຮັບການຕອບຮັບຈາກສັງຄົມເທົ່າທີ່ຄວນ.
ດັ່ງນັ້ນ, ເພື່ອເຮັດໃຫ້ຜະລິດຕະພັນຂອງຄົນລາວ ໄດ້ມີໂອກາດເຂົ້າເຖິງຕະຫຼາດ, ສາມາດສະໜອງໃຫ້ຜູ້ບໍລິໂພກພາຍໃນ ທັງເປັນການທົດແທນສິນຄ້ານຳເຂົ້າຈຳນວນໜຶ່ງ ບໍລິສັດ ລາວເບັດສ໌ ຈຶ່ງໄດ້ຮວບໂຮມເອົາບັນດາຜະລິດຕະພັນຕ່າງໆ ມາໂຮມກັນ ເພື່ອສ້າງເປັນສູນລວມຜະລິດຕະພັນລາວ.
ທ່ານ ນາງ ລັດສະໝີ ເວດຊະພົງ ປະທານບໍລິສັດ ແມ່ຂອງລາວ ຂາອອກ – ຂາເຂົ້າ ຈຳກັດ ທັງເປັນຜູ້ຈັດການ ບໍລິສັດ ລາວເບັດສ໌ ແລະ ເປັນຜູ້ທີ່ໄດ້ຮັບລິຂະສິດຈັດງານທ໊ອບລາວແບຣນ ກ່າວວ່າ: ໃນປັດຈຸບັນພວກເຮົາໄດ້ສ້າງຜະລິດຕະພັນທີ່ຜະລິດໂດຍສີມືຂອງຄົນລາວ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ໂດຍສະເພາະຮູບຮ່າງໜ້າຕາ, ການຫຸ້ມຫໍ່ ຫຼື ມາດຕະຖານບໍ່ໄດ້ເປັນຮອງໃຜ ເພື່ອໃຫ້ຄົນລາວໄດ້ເຫັນໃຫ້ສັງຄົມລາວໄດ້ຮູ້ວ່າ ພວກເຮົາໄດ້ສ້າງຜະລິດຕະພັນລາວຂຶ້ນມາແລ້ວ ແລະ ພ້ອມຈະຈຳໜ່າຍ ແຕ່ພວກເຮົາຍັງຂາດເລື່ອງການຕະຫຼາດ, ວິທີການໂຄສະນາ ແລະ ອື່ນໆ.
ໂດຍຫຼັກການແລ້ວຜູ້ຜະລິດກໍຄືຜູ້ຜະລິດ, ສ່ວນຜູ້ເຮັດການຕະຫຼາດຄວນຈະມີອີກກຸ່ມໜຶ່ງທີ່ຈະຕ້ອງໄດ້ຍື່ນມືເຂົ້າມາຊ່ວຍ, ມາສະໜັບສະໜູນ ຫຼື ເຮັດແນວໃດກໍໄດ້ ເພື່ອໃຫ້ຜູ້ຜະລິດຮູ້ຈັກວິທີການດຳເນີນ ການຕະຫຼາດ, ການໂຄສະນາ ແລະ ອື່ນໆ ເວລາຜະລິດຂຶ້ນມາແລ້ວຕ້ອງມີຕະຫຼາດຮອງຮັບ ແລະ ສາມາດຕອບສະໜອງໄດ້ແທ້ ນັ້ນເປັນສິ່ງທີ່ບ້ານເຮົາຍັງເຮັດບໍ່ທັນໄດ້. ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາໃນນາມຜູ້ຜະລິດແມ່ນໄດ້ເຮັດໄປຄຽງຄູ່ກັບການຮຽນຮູ້.
ກ່ອນໜ້ານີ້ຜະລິດຕະພັນຂອງລາວ ຈະມີລາຄາທີ່ຂ້ອນຂ້າງສູງ ກວ່າສິນຄ້ານຳເຂົ້າ ເຊິ່ງມັນໄດ້ກາຍເປັນສິ່ງທີ່ຕິດໃນຫົວຂອງຜູ້ຊົມໃຊ້ຂອງຄົນລາວເຮົາວ່າສິນຄ້າລາວເຮົາແພງ ເຊິ່ງການຂາຍໃນລາຄາແພງນີ້ພວກເຮົາບໍ່ໄດ້ຕິວ່າຜູ້ຜະລິດເພິ່ນຢາກໄດ້ເງິນຫຼາຍກຳໄລງາມ. ແຕ່ຢ່າງໃດກໍຕາມ, ເນື່ອງຈາກເມື່ອກ່ອນພວກເຮົາບໍ່ຮູ້ ບວກກັບການໄປຊອກຫາອົງປະກອບຕ່າງໆ ມາເຮັດໃຫ້ເປັນຜະລິດຕະພັນມັນຍັງມີຄວາມຫຍຸ້ງຍາກ ແລະ ລາຄາແພງ ມັນຈຶ່ງເຮັດໃຫ້ຜະລິດຕະພັນຂອງລາວແພງ, ແຕ່ປັດຈຸບັນນີ້ຫຼາຍຢ່າງເປີດກວ້າງຈຶ່ງເກີດມີການແຂ່ງຂັນ ເກີດມີການແຂ່ງຂັນເຮັດໃຫ້ເຮົາສາມາດເລືອກໄດ້ ເຮັດໃຫ້ລາຄາສິນຄ້າທີ່ພວກເຮົາຜະລິດຂຶ້ນມາລາຄາຖືກລົງ.
ດັ່ງນັ້ນ, ເພື່ອເປັນການສົ່ງເສີມຜູ້ຜະລິດກໍຄືທາງດ້ານການຕະຫຼາດ ແລະ ການໂຄສະນາ ຂ້າພະເຈົ້າຈຶ່ງໄດ້ຮວບໂຮມຜະລິດຕະພັນລາວ ທີ່ເປັນແບຣນຂອງຄົນລາວ ຫຼື ອອກຊື່ວ່າລາວຜະລິດແລ້ວມາໂຮມຕົວກັນໄດ້ຈຳນວນໜຶ່ງ ປະມານ 30 ກວ່າຍີ່ຫໍ້ສິນຄ້າ ( ຄວາມຈິງແລ້ວມີ 100 ກວ່າຍີ່ຫໍ້ສິນຄ້າຍັງບໍ່ທັນເຂົ້າມາ ) ເພື່ອມາວາງສະແດງ ຫຼື ເຮັດເປັນສູນຈຳໜ່າຍໄວ້ບ່ອນໜຶ່ງບ່ອນດຽວ. ທັງນີ້, ແນໃສ່ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ວ່າລາວເຮົາໄດ້ມີສິນຄ້າ ຫຼື ຜະລິດຕະພັນທີ່ໄດ້ຄຸນນະພາບ, ມາດຕະຖານທີ່ໄດ້ຈຳໜ່າຍໃນລາຄາສາມາດຈັບຕ້ອງໄດ້ ( ລາຄາເລີ່ມຕົ້ນ 5 ພັນກີບ ) ໂດຍເລືອກເອົາສະຖານທີ່ຊັ້ນ 2 ຂອງສູນການຄ້າທາດຫຼວງພລາຊາ ເປັນສູນລວມຜະລິດຕະພັນລາວ. ສຳລັບຜະລິດຕະພັນລາວທີ່ໄດ້ມາໂຮມຕົວກັນຢູ່ທີ່ນີ້ ປະກອບດ້ວຍ: ອາຫານ, ເຄື່ອງດື່ມ, ເສື້ອຜ້າ, ນ້ຳຢາລ້າງຖ້ວຍ, ຖູພື້ນ ແລະ ອື່ນໆອີກຫຼາຍຢ່າງ.
ສູນລວມຜະລິດຕະພັນລາວຫາກໍໂຮມຕົວໄດ້ 1 ເດືອນກວ່າ ຖືເປັນຜົນສຳເລັດຂັ້ນພື້ນຖານ ເຊິ່ງເປັນໂອກາດອີກອັນໜຶ່ງທີ່ເປັນຜົນງານຈາກການລວມກຸ່ມກັນ ເຮັດໃຫ້ສັງຄົມລາວຮູ້ວ່າສິນຄ້າລາວໄດ້ມາໂຮມຕົວກັນ.
( ໂດຍ: ສົມລົດ )
( ຮູບ: ສຸກສະຫວັນ )