ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2019 ທີ່ຈັດຂຶ້ນລະຫວ່າງວັນທີ 23-24 ກໍລະກົດ 2019 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໄດ້ພ້ອມກັນພິຈາລະນາ 6 ບັນຫາສຳຄັນ ເຊິ່ງລ້ວນປິ່ນອ້ອມຄວາມເປັນຢູ່ຂອງປະຊາຊົນ.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບກັນໃນ 6 ຫົວຂໍ້ສຳຄັນນໍາມາປຶກສາຫາລື, ເຊິ່ງມີລາຍລະອຽດດັ່ງນີ້:
1) ບັນຫາແຜ່ລະບາດຂອງໄຂ້ຍຸງລາຍ (ໄຂ້ເລືອດອອກ) ໃນທົ່ວປະເທດ;
2) ບັນຫາໂລກອະຫິວາໝູລະບາດ;
3) ບັນຫາລະບາດຂອງສັດຕູພືດຊະນິດໃໝ່ (ບົ້ງກິນຕົ້ນສາລີ, ພືດອື່ນໆ);
4) ບັນຫາໄພແຫ້ງແລ້ງ ເຮັດໃຫ້ແມ່ນໍ້າລໍາເຊ ແລະ ແມ່ນໍ້າຂອງຫຼຸດລະດັບລົງຫລາຍ ເປັນຜົນກະທົບຕໍ່ການພັດທະນາກະສິກໍາ ແລະ ການປູກຝັງຂອງປະຊາຊົນ;
5) ບັນຫາອັດຕາແລກປ່ຽນ ແລະ ຄວາມຄ່ອງຕົວຂອງລະບົບເງິນຕາຂອງປະເທດ;
6) ສະພາບການຫາງສຽງຂອງປະຊາຊົນຕໍ່ບັນຫາຕ່າງໆ ຂອງການຄຸ້ມຄອງບໍລິຫານລັດ ລວມທັງການຄຸ້ມຄອງລະບົບຂ່າວສານ ໂດຍສະເພາະສື່ອອນລາຍ.
ກອງປະຊຸມໄດ້ໃຫ້ທິດຊີ້ນໍາຢ່າງລະອຽດ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ມີມາດຕະການແກ້ໄຂ ຕໍ່ສະພາບການດັ່ງກ່າວ.
1. ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໄລຍະຜ່ານມາ, ບັນຫາຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເພີ່ມຄວາມເປັນເຈົ້າການໃນການຄຸ້ມຄອງທັງ 12 ເຂດເສດຖະກິດພິເສດ ທີ່ໄດ້ອະນຸມັດ; ພ້ອມກັນນີ້ມອບໃຫ້ອົງການກວດກາລັດຖະບານ ແຕ່ງຕັ້ງໜ່ວຍງານ ລົງໄປກວດກາການປະຕິບັດກົດໝາຍ, ລະບຽບການ ແລະ ສັນຍາໂຄງການຂອງບັນດາເຂດເສດຖະກິດດັ່ງກ່າວ ໃຫ້ສໍາເລັດໃນກໍານົດ 3 ເດືອນ;
- ກອງປະຊຸມໄດ້ຮັບຟັງການກະກຽມກອງປະຊຸມໂຕະມົນ ປະຈໍາປີ 2019 ແລະ ໄດ້ເປັນເອກະພາບ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມເນື້ອໃນກອງປະຊຸມ ດັ່ງກ່າວຢ່າງຮອບດ້ານ ແລະ ຮັດກຸມ ໂດຍໃຫ້ຈັດກອງປະຊຸມດ້ານວິຊາການ ຮ່ວມກັບຂະແໜງການກ່ຽວຂ້ອງເພື່ອເປັນເອກະພາບສູງ ແລ້ວລາຍງານລັດຖະບານຕື່ມກ່ອນເປີດກອງປະຊຸມ;
- ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍ ນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ແລະ ເປັນເອກະພາບໃນຫຼັກການ ຮັບຮອງເອົາຮ່າງດໍາລັດ ສະບັບດັ່ງກ່າວ. ພ້ອມກັນນີ້ ມອບໃຫ້ຄະນະຊ່ວຍວຽກຄະນະຮັບຜິດຊອບ ຊີ້ນໍາການພັດທະນາເຂດຈຸດສຸມໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບັນດາເນື້ອໃນ, ບາງມາດຕາ ໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ແລ້ວນໍາໄປທາບທາມຂໍຄວາມເຫັນຂອງຄະນະປະຈໍາສະພາແຫ່ງຊາດ ຫຼັງຈາກນັ້ນຈຶ່ງນໍາສະ ເໜີໃຫ້ນາຍົກລັດຖະມົນຕີລົງລາຍເຊັນ. ຫຼັງຈາກລົງລາຍເຊັນແລ້ວຈຶ່ງໃຫ້ຄະນະປະຈໍາສະພາແຫ່ງຊາດ ອອກມະຕິຕົກລົງ.
- ກອງປະຊຸມໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ແລະ ເປັນເອກະພາບໃນຫຼັກການຮັບຮອງເອົາຮ່າງດໍາລັດ ສະບັບດັ່ງກ່າວ. ພ້ອມກັນນີ້ ກໍ່ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນ, ບາງມາດຕາ ໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ແລ້ວຈຶ່ງນໍາສະເໜີນາຍົກລັດຖະມົນຕີລົງລາຍເຊັນ ແລະ ປະກາດໃຊ້ເປັນທາງການ.