ພະນັກງານສືບສວນຂອງຍີ່ປຸ່ນກວດຄົ້ນເຮືອນຂອງ ຊາຍອາຍຸ 51 ປີ ເຊິ່ງກໍ່ເຫດໃຊ້ມີດໄລ່ແທງປະຊາຊົນໃນເຂດໃຈກາງເມືອງຄາວາຊາກິ ໃກ້ກັບນະຄອນຫຼວງໂຕກຽວເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ໄດ້ຮັບບາດເຈັບອີກ 17 ຄົນ ກ່ອນທີ່ຄົນຮ້າຍປາດຄໍຕົວເອງຕາຍເພື່ອໜີຄວາມຜິດ.
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 29 ພຶດສະພາ ກ່ຽວກັບຄວາມຄືບໜ້າ ຫຼັງເກີດເຫດຊາຍໄວກາງຄົນໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງ ໃກ້ກັບສະຖານີລົດໄຟສາຍຫຼັກໃນເຂດໃຈກາງເມືອງຄາວາຊາກິ ເມືອງເອກຂອງແຂວງຄານາງາວະ ຫ່າງຈາກນະຄອນຫຼວງໂຕກຽວລົງມາທາງຕາເວັນອອກສຽງໃຕ້ ເມື່ອໄລຍະເຊົ້າຂອງວັນອັງຄານ ຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ເຊິ່ງທາງເຈົ້າໜ້າທີ່ເຜີຍວ່າ ເດັກນັກຮຽນ ນາງຮານາໂກະ ຄຸຣິບາຢາຊິ ອາຍຸ 11 ປີ ແລະ ທ້າວຊາໂຕຊິ ໂອຍາມະ ອາຍຸ 39 ປີ ເປັນພະນັກງານລັດປະຈໍາກະຊວງການຕ່າງປະເທດ ເຊິ່ງ ທ່ານທາໂຣ ໂຄໂນະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ກ່າວສະແດງຄວາມເສຍໃຈ ແລະ ໄວ້ອາໄລຢ່າງສູງສຸດໄປເຖິງຄອບຄົວຂອງໂອຍາມະ.
ສ່ວນຄົນຮ້າຍທີ່ໃຊ້ມີດປາດຄໍປີດຊີບຕົວເອງໃນທີ່ເກີດເຫດ ຮູ້ຊື່ແລ້ວຄື ທ້າວຣິວອິຈິ ອິວາຊາກິ ອາຍຸ 51 ປີ ນອກຈາກນີ້ ຍັງມີຜູ້ໄດ້ຮັບບາດເຈັບອີກ 17 ຄົນ ສ່ວນໃຫຍ່ເປັນນັກຮຽນຍິງ ອາຍຸລະຫວ່າງ 6 ເຖິງ 12 ປີ ຂອງໂຮງຮຽນຄາທໍລິກ “ຄາຣິຕາສ” ເຊິ່ງເປັນສະຖາບັນການສຶກສາສໍາລັບເດັກຍິງລ້ວນ ຂະນະທີ່ ສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າ ເຫດການເກີດຂຶ້ນ “ວ່ອງໄວຫຼາຍ” ຫຼື “ບໍ່ຮອດ 20 ວິນາທີ” ໂດຍຄົນຮ້າຍຍ່າງມາແບບງຽບໆເຂົ້າມາໃກ້ກັບປ້າຍລົດປະຈໍາທາງ ເຊິ່ງປະຊາຊົນທີ່ອາໄສຢູ່ໃນເຂດນັ້ນ ຮູ້ດີວ່າຈະເປັນຈຸດທີ່ນັກຮຽນຍິງຂອງໂຮງຮຽນຄາຣິຕາສຈະມາຕໍ່ແຖວເພື່ອຖ້າຂຶ້ນລົດຮັບສົ່ງເປັນປະຈໍາທຸກວັນ ກ່ອນທີ່ຄົນຮ້າຍຈະໃຊ້ມີດ 2 ດວງ ໄລ່ແທງປະຊາຊົນໃນບໍລິເວນນັ້ນ ຂະນະທີ່ ຕໍ່ມາມີລາຍງານດ້ວຍວ່າ ເຈົ້າໜ້າທີ່ພິສູດພົບມີດໃນບໍລິເວນເກີດເຫດເພິ່ມອີກ 2 ດວງ ຈຶ່ງເກັບໄວ້ເປັນຫຼັກຖານກ່ອນ ທາງດ້ານແຫຼ່ງຂ່າວເຜີຍວ່າ ທ້າວອິວາຊາກິ ໄດ້ແທງ ທ້າວໂອຍາມະ ກ່ອນແລ້ວ ຈຶ່ງໄປໄລ່ແທງກຸ່ມເດັກນັກຮຽນ.
ນອກຈາກນີ້ ເຈົ້າໜ້າທີ່ອີກຈໍານວນໜຶ່ງໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນຂອງ ທ້າວອິວາຊາກິ ເພື່ອຮວບຮວມຫຼັກຖານເພິ່ມຕື່ມທີ່ອາດຈະນໍາໄປສູ່ການລະບຸສາເຫດທີ່ເປັນແຮງຈູງໃຈ ໃນການກໍ່ເຫດສະເທືອນຂວັນຄັ້ງນີ້ ດ້ານຄອບຄົວຂອງຜູ້ເສຍຊີວິດຂໍຄວາມເປັນສ່ວນຕົວ ແລະ ໂຮງຮຽນຄາຣິຕາສ ປະກາດປິດການຮຽນການສອນຕະຫຼອດອາທິດນີ້ ເພື່ອກຽມວາງແຜນບັນເທົາສະພາບຈິດໃຈຂອງນັກຮຽນ.