ອາທິດຜ່ານມານີ້ ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງວຽງຄໍາ ໄດ້ມີກອງປະຊຸມສະຫຼຸບ ໂຄງການສົ່ງເສີມ ແລະຄຸ້ມຄອງການນໍາໃຊ້ລະບົບຊັບສິນທາງປັນຍາ ເຂົ້າໃນການຜະລິດເປັນສິນຄ້າ ມີທ່ານ ສີປະເສີດ ເພັງສະຫວັດ ຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສີທົນ ສິລິວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ຕະຫຼອດຮອດຜູ້ປະກອບການທຸລະກິດພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າກຸ່ມຜະລິດໄຄແຜ່ນບ້ານບວມຫວານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການແປຮູບໄຄແຜ່ນໂດຍຫຍໍ້ວ່າ: ບ້ານບວມຫວານ ມີ 83 ຄອບຄົວ, ມີສະມາຊິກກຸ່ມຜະລິດໄຄແຜ່ນ 30 ຄອບຄົວ ພາຍຫຼັງ ມອບ-ຮັບ ໂຮງເຮືອນ ໃນຄັ້ງວັນທີ 12 ທັນວາ 2022 ມາເຖິງປະຈຸບັນ ສາມາດຜະລິດໄຄແຜ່ນໄດ້ ທັງໝົດ 3.602 ຖົງ; ເຄື່ອນໄຫວເປີດບູດຂາຍໄຄແຜ່ນຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ ສ້າງລາຍຮັບໃຫ້ສະມາຊິກກຸ່ມໄດ້ ເກືອບ 20 ລ້ານກີບ ຈາກນັ້ນສະມາຊິກກຸ່ມຜະລິດໄຄແຜ່ນ ໄດ້ຍື່ນຄໍາຮ້ອງຕໍ່ພະແນກອຸດສະຫະກໍາ ແລະ ການຄ້າແຂວງ ເພື່ອຂໍຈົດທະບຽບເຄື່ອງໝາຍການຄ້າ ອັນເປັນຢັ້ງຢືນຄວາມຖືກຕ້ອງ ແລະ ເປັນເອກະລັກສະເພາະຂອງກຸ່ມ, ສະດວກໃນການຄຸ້ມຄອງ ແລະ ຖືກຕ້ອງຕາມລະບຽບການ.
ຕອນທ້າຍ ຄະນະປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາບາງບັນຫາຕໍ່ກັບການຄຸ້ມຄອງ, ການນໍາໃຊ້ ເຄື່ອງໝາຍການຄ້າ ເຂົ້າໃນການຜະລິດສິນຄ້າ ຂອງສະມາຊິກກຸ່ມ ເພື່ອເປັນການປົກປ້ອງການນໍາໃຊ້ຊັບສິນທາງປັນຍາ ແລະ ເປັນການເພີ່ມມູນຄ່າ ຂອງຜະລິດຕະພັນສິນຄ້າ.
ສຳລັບການພິຈາລະນາຂໍຈົດທະບຽນເຄື່ອງໝາຍການຄ້າ ຖ້າມີການອັບເດດຂໍ້ມູນທີມຂ່າວຈະລາຍງານເພີ່ມຕາມພາຍຫຼັງ