ມື້ນີ້ 20 ມັງກອນ 2023 ເປັນມື້ຄົບຮອບ 74 ທີ່ໄດ້ສ້າງຕັ້ງກອງທັບປະຊາຊົນລາວຢ່າງເປັນທາງການ, ບັນດາການນຳຂັ້ນສູງແມ່ນໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ກອງກຳລັງປະກອບອາວຸດໃນຈຸດຕ່ງໆທົ່ວປະເທດເປັນການສົ່ງຄວາມເປັນຫ່ວງເປັນໃຍ ຄວາມເອົາໃຈໃສ່ຂອງພັກ-ລັດຕໍ່ກຳລັງປະກອບອາວຸດ ໃນເວລາດຽວກັນ ໃນກອງກຳລັງປະກອບອາວຸດເອງກໍ່ໄດ້ລົງເຄື່ອນໄຫວຢ້ຽມຢາມ ອວຍພອນຜູ້ອາວຸໂສເຊັ່ນດຽວກັນ.
ວັນທີ 17 ມັງກອນ 2023 ຜ່ານມານີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ,ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວຢ້ຽມ ຢາມພະນັກງານບຳນານ, ບ້ານ ຈັດສັນ 194 ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ.
ການລົງຢ້ຽມຢາມໃນຄັ້ງນີ້, ແມ່ນເພື່ອເປັນການສະແດງເຖິງ ຄວາມເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນຂອງການນຳກະ ຊວງປ້ອງກັນປະເທດທີ່ມີຕໍ່ບັນດາສະຫາຍພະນັກງານປະຕິວັດ ອາວຸໂສ-ບຳນານ, ທີ່ໄດ້ປະກອບ ສ່ວນສະຕິປັນຍາ, ເລືອດເນື້ອເຫື່ອ ແຮງເຂົ້າໃນການປະຕິບັດໜ້າທີ່ ການເມືອງຂອງຕົນໃນພາລະກິດ ປະຕິວັດປົດປ່ອຍປະເທດຊາດ ໃນເມື່ອກ່ອນກໍຄືພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະໃນຄັ້ງນີ້ ໄດ້ ມອບກະຕ່າດອກໄມ້ ແລະ ວັດຖຸ ປັດໄຈຈໍານວນໜຶ່ງ ເພື່ອນຳໄປ ໝູນໃຊ້ເຂົ້າໃນການພັດທະນາກົມ ກອງໃຫ້ເຂັ້ມແຂງ, ໜັກແໜ້ນ.
ອົບອຸ່ນຫຼາຍບັນດາລຸງປ້າອາວອາທີ່ໄດ້ຜ່ານສະໝໍລະພູມມາກ່ອນຈະມີມື້ນີ້